ທູດ​ພິ​ເສດ​ບັນ​ຫາ​ຊີ​ຣີ​ຂອງ​ຈີນ​ຢ້ຳ: ຝ່າຍ​ຕ່າງໆຄວນ​ກຳ​ໂອ​ກາດຊຸກ​ຍູ້​ການ​ເຈ​ລະ​ຈາ​ບັນ​ຫາ​ຊີ​ຣີ
2017-07-25 17:54:48  cri 
ວັນ​ທີ 24 ກໍ​ລະ​ກົດ​ນີ້, ທ່ານ ເຊ້ຍ​ສຽວ​ຢຽນ ທູດ​ພິ​ເສດ​ກ່ຽວ​ກັບ​ບັນ​ຫາ​ຊີ​ຣີ​ຂອງ​ລັດ​ຖະ​ບານ​ຈີນ​ກ່າວ​ວ່າ: ສະ​ຖາ​ນະ​ການ​​ຊີ​ຣີ​ໃນ​ປັດ​ຈຸ​ບັນ​ໄດ້​ປ່ຽນ​ແປງ​ທີ່​ສຳ​ຄັນ​ໃນ​ໄລ​ຍະ​ໃດ​ໜຶ່ງ ເຊິ່ງຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ຄວນ​ໃຊ້​ໂອ​ກາດ​ແລະ​ຄວາມ​ຄືບ​ໜ້າ​ທີ່​ເປັນ​ປະ​ໂຫຍດ​ໂດຍ​ການ​ນັ່ງ​ໂຕະ​ເຈ​ລະ​ຈາ​ແລະ​ຫາ​ລື​ກ້າວ​ສູ່​ຄວາມ​ເປັນ​ເອ​ກະ​ພາບ ເພື່ອ​ສ້າງ​ພື້ນ​ຖານ​ທີ່​ໜັກ​ແໜ້ນໃຫ້​ແກ່​ການ​ແກ້​ໄຂ​ບັນ​ຫາ​ຊີ​ຣີ​ດ້ວຍ​ວິ​ທີ​ທາງ​ການ​ເມືອງ​.

ໂດຍເຫັນ​ໄດ້ຄວາມ​ເປັນ​ເອ​ກະ​ພາບ​ກ່ຽວ​ກັບ​ບັນ​ຫາ​ຊີ​ຣີ​ຮອບ​ຜ່ານ​ມາ​ທີ່​ຈ​ະ​ສ້າງ"ເຂດຫຼຸດ​ລະ​ດັບ​ຂອງ​ການ​ປະ​ທະ​ກັນ"​​ຫຼັງ​ເຈ​ລະ​ຈາ​​ສັນ​ຕິ​ພາບ​ຢູ່ອັ​ສ​ຕາ​ນາ, ທ່ານ ເຊ້ຍ​ສຽວ​ຢຽນ ກ່າວ​ວ່າ: ນີ້​ແມ່ນ​ຂັ້ນ​ຕອນ​ທີ່​ຕັ້ງ​ໜ້າ ເຊິ່ງຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ໃນ​ເລື່ອງ​ນີ້. ແນວ​ໃດ​ກໍ​ດີ, ການ​ສ້າງ"ເຂດຫຼຸດ​ລະ​ດັບ​ຂອງ​ການ​ປະ​ທະ​ກັນ"​​ພຽງ​ແຕ່​ແມ່ນ​ການ​ກຳ​ນົດ​ຊົ່ວ​ຄາວ​ແລະ​ໄລ​ຍະ​ໃດ​ໜຶ່ງ​ເທົ່າ​ນັ້ນ ເຊິ່ງ​ເປົ້າ​ໝາຍ​ຕົ້ນ​ຕໍ​ກໍ​ຄື​ການ​ສ້າງ​ຜົນ​ດີ​ຕໍ່​ການ​ຮັກ​ສາ​ສະ​ພາບ​ການ​ຢຸດ​ຍິງ ລວມ​ທັງຊຸກ​ຍູ້​ຂະ​ບວນ​ການ​ແກ້​ໄຂ​ບັນ​ຫາ​ດ້ວຍ​ວິ​ທີທາງ​ການ​ເມືອງ.

ທ່ານ ເຊ້ຍ​ສຽວ​ຢຽນ ​ເນັ້ນ​ວ່າ: ຈີນ​ແມ່ນ​ໜຶ່ງ​ໃນ​​ບັນ​ດາປະ​ເທດ​ທີ່​ສະ​ໜັບ​ສະ​ໜູນ​ການ​ແກ້​ໄຂ​ບັນ​ຫາ​ຊີ​ຣີ​​ດ້ວຍ​ວິ​ທີ​ທາງ​ການ​ເມືອງ​ມາ​ໂດຍ​ຕະ​ຫຼອດ ເຊິ່ງ​ເປັນຫຼັກ​ໝັ້ນ​ທີ່​ບໍ່​ປ່ຽນ​ແປງ. ຂະ​ນະ​ດຽວ​ກັນ​ກໍ​ຈະ​ສືບ​ຕໍ່​ຍຶດ​ໝັ້ນ​ການ​ນຳ​ເອົາສັນ​ຕິ​ພາບ​ແລະ​ຊຸກ​​ຍູ້​ການ​ເຈ​ລະ​ຈາ,ຊຸກ​ຍູ້​ການ​ບັນ​ລຸ​ການ​ຢຸດ​ຍິງ,​ການ​ຊ່ວຍ​ເຫຼືອມະ​ນຸດ​ສະ​ທຳ​ແລະ​ການ​ຮ່ວມ​ກັນ​ຕ້ານ​ການ​ກໍ່​ການ​ຮ້າຍ​ຢ່າງ​ສຸດ​ຂີດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ