ໂຄງ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ຈີນ-ອາ​ຊ​ຽນ​ຄັ້ງ​ທີ 5 ໄຂ​ຂຶ້ນ​ຢູ່​ເມືອງກວາງ​ໂຈ່ວ​ແຂວງກວາງ​ຕຸ້ງ​
2017-07-25 17:55:55  cri 
​ໂຄງ​ການແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ຈີນ-ອາ​ຊຽນ​ຄັ້ງ​ທີ 5 ໄດ້​ຈັດ​ຂຶ້ນ​ຢູ່​ເມືອງກວາງ​ໂຈ່ວ​ແຂວງກວາງ​ຕຸ້ງ​ ສ​ປ ຈີນ​ໃນ​ວັນ​ທີ 24 ກໍ​ລະ​ກົດ​ນີ້ ໂດຍ​​ຜູ້​ຕາງ​ໜ້າຊາວ​ໜຸ່ມ​ເຍົາ​ວະ​ຊົນ 110 ຄົນ​ພ້ອມ​ດ້ວຍຄະ​ນະ​ຜູ້​ນຳ​ ຈາກ 10 ປະ​ເທດໃນ​ອາ​ຊ​ຽນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ໃນ​ຕອນ​ຄ່ຳ​ມື້​ດັ່ງ​ກ່າວ​ແລະ​ໂຄງ​ການ​ນີ້​ຈະ​ດຳ​ເນີນ​ເປັນ​ເວ​ລາ 5 ມື້  ໂດຍ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຕໍ່​ຕ່າງ​ປະ​ເທດ​ປະ​ຊາ​ຊົນ​ຈີນ, ສະ​ມາ​ຄົມ​ຈີນ-ອາ​ຊຽນ​ແລະ​ຄະ​ນະ​ກຳ​ມະ​ການ​ວຽກ​ງານພັດ​ທະ​ນາ​ຄົນ​ຮຸ່ນ​ໃໝ່​ຂອງ​ຈີນ​ເປັນ​ເຈົ້າ​ພາບຮ່ວມ ແລະ​ຮ່ວມ​ກັນ​ຈັດ​ຂຶ້ນ​ໂດຍ​ພະ​ແນກ​ການ​ຕ່າງ​ປະ​ເທດ​ແຂວງກວາງ​ຕຸ້ງ,ສະ​ມາ​ຄົມ​ມິດ​ຕະ​ພາບ​ຕໍ່​ຕ່າງ​ປະ​ເທດ​ປະ​ຊາ​ຊົນ​ແຂວງກວາງ​ຕຸ້ງ​ແລະ​ຄະ​ນະ​ກຳ​ມະ​ການ​ວຽກ​ງານ​ການ​ພັດ​ທະ​ນາ​ຄົນ​ຮຸ່ນ​ໃໝ່ແຂວງກວາງ​ຕຸ້ງ. ໂຄງ​ການ​ດັ່ງ​ກ່າວ​ເນັ້ນເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ລະ​ຫວ່າງ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ ຈີນ​ແລະອາ​ຊຽນ ທັງ​ເປັນ​ການສືບ​ທອດ​ແລະ​ພັດ​ທະ​ນາ​​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ສອງ​ຝ່າຍ,​ແລະ​ກໍ່​ສ້າງ​ຜູ້​ສືບ​ທອດ​ຮຸ່ນ​ໃໝ່​ເພື່ອ​ເສີມ​ຂະ​ຫຍາຍ​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ຂອ​ງ​ຈີນ​ແລະ​ອາ​ຊຽນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ