ນາ​ຍົກ​ໄທ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ
2017-07-25 14:43:10  cri 
ວັນ​ທີ 24 ກໍ​ລະ​ກົດ​ນີ້ ຢູ່​ນະ​ຄອນຫຼວງ​ບາງກອກ​ປະ​ເທດ​ໄທ, ທ່ານ​ປ​ຣະ​​ຍຸດ ຈັນ​ໂອ​ຊາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ໄດ້​ຕ້ອ​ນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ​ວາງ​ຢີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ.

ທ່ານ​ປ​ຣະ​​ຍຸດ​ກ່າວ​ວ່າ, ນັບ​ແຕ່​ຈີນ​ແລະ​ໄທ​ສ້າງ​ສາຍ​ສຳ​ພັນ​ທາງ​ການ​ທູດ​ເປັນ​ຕົ້ນ​ມາ, ກາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ໜັກ​ແໜ້ນ ແລະ​ໄດ້​ຮັບ​ໝາກ​ຜົນ​ພົ້ນ​ເດັ່ນ​. ​ທີ່​ສຳ​ຄັນ ເວ​ລາ​ໃດ​ໄທ​ກໍ​ຍຶດ​ໝັ້ນຫຼັກ​ການ​ປະ​ເທດ​ຈີນ​ດຽວ ແລະ​ຍິນ​ດີ​ລົງ​ເລິກ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​​ລະ​ຫວ່າງ​ສອງ​ປະ​ເທດຕື່ມ​ອີກ, ຂະ​ນະ​ດຽວ​ກັນ​ກໍ​ຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍ​​ຜົນ​ສຳ​ເລັດ​ໃນ​ການ​ພັດ​ທະ​ນາ​ຂອງ​ຈີນ ແລະຫວັງ​ຈະ​ໄດ້​ບົດ​ຮຽນ​​ການ​ບໍ​ລິ​ຫານ​ປະ​ເທດ​ແລະ​ຄຸ້ມ​ຄອງ​ລັດ​​ຈາກ​ຈີນ. ພ້ອມ​ກັນ​ຈະເຮັດ​ໃຫ້ "ຍຸດ​ທະ​ສາດ​ການ​ພັດ​ທະ​ນາ 4.0 ຂອງ​ໄທ" ເຊື່ອມ​ຕໍ່​ກັບ "ກາ​ນ​ຜະ​ລິດ​ຂອງ​ຈີນ 2025" ເພື່ອ​ລົງ​ເລິກ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ ພາຍ​ໃຕ້​ຂອບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ໃຫ້​ເປັນ​ຈິ່ງ. ສ່ວນ​ໂຄງ​ການ​ທາງ​ລົດ​ໄຟ​ຈີນ​-ໄທ, ​ລັດ​ຖະ​ບານ​ໄທ​ໄດ້​ສະ​ໜັບ​ສະ​ໜູນ​ແລະຍິນ​ດີ​ຕ້ອນ​ຮັບ​ວິ​ສາ​ຫະ​ກິດ​ຈີນ​ເຂົ້າ​ຮ່ວມ​ການ​ສ້າງ​ແລວ​ທາງ​ເສດ​ຖະ​ກິດ​ພາກ​ຕາ​ເວັນ​ອອກ​ຂອງ​ໄທ ແລະ​ຫວັງ​ໃຫ້​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ສາ​ມາດ​ຊຸກ​ດັນການ​ພັດ​ທະ​ນາ​ຂອງ​ທົ່ວ​ອະ​ນຸ​ພາກ​ພື້ນ.

ທ່ານ​ວາງ​ຢີ້​ກ່າວ​ວ່າ, ຈີນ​ເອົາ​ໃຈ​ໃສ່​ສູງ​ຕໍ່​ມິດ​ຕະ​ພາບ​ຈີນ-ໄທ​ຢ່າ​ງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ສະ​ແດງ​ຄວາມ​ຊົມ​ເຊີຍ​​ໄທ​ທີ່​ສະ​ໜັບ​ສະ​ໜູນ ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ທັງຍິນ​ດີ​ເຊື່ອມ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ສອງ​ປະ​ເທດ​ພາຍ​ໃຕ້​ຂໍ້​ລິ​ເລີ່ມ​ດັ່ງ​ກ່າວ. ຂະ​ນະ​ດຽວ​ກັນ​ກໍ​ຈະເປີດກວ້າງ​ຂົງ​ເຂດ​ການ​ຮ່ວມ​ມື, ຊຸກ​ຍູ້​ໂຄງ​ການ​ທາງ​ລົດ​ໄຟ​ຈີນ-ໄທ, ເຂົ້າ​ຮ່ວມ​ການ​ສ້າງ​ສາ​ແລວ​ທາງ​ເສດ​ຖະ​ກິ​ດ​ພາກ​ຕາ​ເວັນ​ອອກ​ຂອງ​ໄທ ເພື່ອ​ຂຸດ​ຄົ້ນ​​ຄວາມ​ສາ​ມາດ​ບົ່ມ​ຊ້ອນແລະ​​ບັນ​ທຶກ​ເນື້ອ​ໃນ​ໃໝ່​ແຫ່ງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ. ​ພ້ອມ​ນີ້​ຈີນ​ກໍຍິນ​ດີ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ປະ​ສານ​ງານ​ກັບ​ໄທ​ໃນ​ຂອບ​ການ​ຮ່ວມ​ມື​ຈີນ-ອາ​ຊຽນ ກໍ​ຄື​ວຽກ​ງານ​ພາກ​ພື້ນ​ແລະ​ສາ​ກົນຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ