ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນຊີ້​ແຈງ​ການກໍ່​ສ້າງ​ທາງ​ລົດ​ໄຟ​ຈີນ-ໄທ
2017-07-25 16:20:01  cri 
    ທ່ານ ວາງຢີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປ​ະ​ເທດ​ຈີນ ກ່າວ​ໃນ​ໂອ​ກາດ​ຖະ​ແຫຼງ​ຂ່າວ​ຮ່ວມ​ກັບ​ທ່ານ ດອນ ປ​ຣະ​ມັດ​ວິ​ໄນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄທ​ຢູ່​ນະ​ຄອນຫຼວງ​ບາງກອກ​ໃນ​ວັນ​ທີ 24 ກໍ​ລະ​ກົດ​ນີ້​ວ່າ, ທາງ​ລົດ​ໄຟ​ຈີນ-ໄທ ແມ່ນ​ໂຄງ​ການການ​ຮ່ວມ​ມື​ສຳ​ຄັນ​ເຊິ່ງ​ຕ່າງ​ຝ່າຍ​ຕ່າງ​ກໍ​ມີ​ຜົນ​ປະ​ໂຫຍດ​ຮ່ວມ ແລະ​ກໍ​ແມ່ນ​ໂຄງ​ການ​ເຊື່ອມ​ຈອດ​ທີ່​ສຳ​ຄັນ​ພາຍ​ໃຕ້​ຂອບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ".

    ທ່ານ ວາງຢີ້ ກ່າວ​ຕື່ມ​ວ່າ, ການກໍ່​ສ້າງ​ທາງ​ລົດ​ໄຟ​ຈີນ-ໄທ ບໍ່​ພຽງ​ແຕ່​ມີ​ຜົນ​ດີ​ຕໍ່​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ຢູ່​ລຽບ​ຕາມເສັ້ນ​ທາງ​ຂອງ​ໄທ​ເທົ່າ​ນັ້ນ, ຍັງ​ຈະ​ເປັນ​ການ​ບຸ​ກ​ທະ​ລຸ​​ສ້າງ​ຕາ​ໜ່າງ​ທາງ​ລົດ​ໄຟ​ຜ່ານ​ອາ​ຊີ ແລະ​ເຮັດ​ໃຫ້​ໄທ​ກາຍ​ເປັນ​ໃຈ​ກາງ​ເຊື່ອມ​ຈອດ​ຂອງ​ພາກ​ພື້ນ ແລະ​ໃຈ​ກາງ​ເສດ​ຖະ​ກິດ​ທີ່​ສຳ​ຄັນ​ຂອງ​ອາ​ຊຽນ​ອີກ​ດ້ວຍ. ສະ​ນັ້ນ, ບໍ່​ວ່າ​ເບິ່ງ​ຈາກ​ພາຍ​ໃນ​ປະ​ເທດ ຫຼື​ພາກ​ພື້ນ​ແລ້ວ, ໂຄງ​ການ​ດັ່ງ​ກ່າວ ລ້ວນ​ແຕ່​ມີ​ຜົນ​ດີ​ຕໍ່​ການ​ພັດ​ທະ​ນາ​ໃນ​ໄລ​ຍະ​ຍາວ​ຂອງ​ໄທ ແລະ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດຕົວ​ຈິງ​ຂອງ​ປະ​ຊາ​ຊົນ​ໄທ.

    ທ່ານ ວາງຢີ້ ກ່າວ​ໂດຍ​ຍົກ​ໃຫ້​ເຫັນ​ສຸ​ພາ​ສິດຈີນ​ທີ່​ວ່າ "ເລື່ອງ​ດີ​ຈະພົບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ກ່ອນ​ຈະ​ສຳ​ເລັດ." ໂຄງ​ການ​ທາງ​ລົດ​ໄຟ​ຈີນ-ໄທ ກໍຫຼີກ​ບໍ່ໄດ້​ທີ່​ຈະ​ພົບ​ຄວາມ​ຫຍຸ້ງ​ຍາກ​ຈຳ​ນວນ​ໜຶ່ງ. ​ແນວ​ໃດ​ກໍ​ດີ, ​ກ່ອນ​ໜ້ານີ້​ບໍ່​ດົນ, ​ຈາກການ​ຊຸກ​ຍູ້​ຂອງ​ທ່ານ ປ​ຣະ​ຍຸດ ຈັນ​ໂອ​ຊາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ, ການ​ເຈ​ລະ​ຈາ​ໂຄງ​ການ​ດັ່ງ​ກ່າວ ​ສາ​ມາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ເຕັກ​ນິກ ໂດຍ​​ຖື​ວ່າ​ມີ​ຄວາມ​ຄືບ​ໜ້າ​ທີ່​ສຳ​ຄັນ. ຂະ​ນະ​ດຽວ​ກັນ, ສອງ​ຝ່າຍ​ຍັງ​ໄດ້​ກຳ​ນົດ​ແຜນ​ການ​ຮ່ວມ​ມື​ນຳ​ອີກ ລວມ​ທັງ​ເວ​ລາ​ລົງ​ມືກໍ່​ສ້າງ​ເປັນ​ຕົ້ນ ແລະ​ຫວັງ​ວ່າ​ຈະ​ບັນ​ລຸ​ຜົນ​ເປັນ​ຈິງ​ຕາມ​ກຳ​ນົດ. ເພື່ອ​ບັນ​ລຸ​ຜົນ​ສຳ​ເລັດ, ຈີນ​ຍິນ​ດີ​ແບ່ງ​ປັນ​ເຕັກ​ນິກ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ໃຫ້​ໄທ​ໃນ​ຂະ​ບວນ​ການກໍ່​ສ້າງ, ຊ່ວຍ​ໄທ​ຍົກ​ລະ​ດັບ​ຊັ​ບ​ພະ​ຍາ​ກອນ​ມະ​ນຸດ​ດ້ານ​ວິ​ຊາ​ສະ​ເພາະ​ແລະ​ການ​ຄຸ້ມ​ຄອງ​ທີ່​ມີ​ຄຸນ​ນະ​ພາບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ