ພະ​ຍາດ​ໄຂ້​ຫວັດ​ໃຫຍ່ H1N1 ​ລະ​ບາດ​ຢູ່ອິນ​ເດຍເຮັດ​ໃຫ້ 600 ຄົນ​ເສຍ​ຊີ​ວິດ
2017-07-25 16:21:39  cri 
    ພະ​ຍາດ​ໄຂ້​ຫວັດ​ໃຫຍ່ H1N1 ສາຍ​ A ໄດ້​ລະ​ບາດ​ຢູ່​ອິນ​ເດຍ​ອີກ​ເທື່ອ​ໃໝ່​ໃນ​ປີນີ້ ໂດຍ​ການ​ລາຍ​ງານ​ຂອງໜັງ​ສື​ພິມ​ອິນ​ເດຍ​ແທັ​ມ​ສ໌ ສະ​ບັບ​ວັນ​ທີ 24 ກໍ​ລະ​ກົດ​ນີ້​​ວ່າ, ມາ​ຮອດ​ປັດ​ຈຸ​ບັນ, ​ທົ່ວ​ປະ​ເທດ​ໄດ້ຮັບ​ການ​ລາຍ​ງານ​ຜູ້​ຕິ​ດ​ພະ​ຍາດ​ດັ່ງ​ກ່າວ​ເກືອບ 12.500 ຄົນ, ໃນ​ນີ້​ມີ​ຜູ້ເສຍ​ຊີ​ວິດ​ປະ​ມານ 600 ຄົນ.

    ຮ້າຍ​ແຮງ​ທີ່​ສຸດໄດ້​ລະ​ບາດ​ຢູ່​ລັດ​ມາ​ຮາ​ຣາ​ສ​ຕ​ຣາ ໂດຍ​ມີ 284 ຄົນ​ເສຍ​ຊີ​ວິດ, ຖັດ​ມາ​ແມ່ນ​ລັດ​ກູ​ຈີ​ຣັດ​ມີ 75 ຄົນ​ເສ​ຍ​ຊີ​ວິດ.

    ເຈົ້າ​ໜ້າ​ທີ່​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ອິນ​ເດຍ​ໃຫ້​ຮູ້​ວ່າ, ລັດ​ຖະ​ບານ​ໄດ້​ສ້າງ​ຕັ້ງ​ໜ່ວຍ​ສຸກ​ເສີນ​ເດີນ​ທາງ​ໄປກວດ​ກາ​ຢູ່​ລັດ​ມາ​ຮາ​ຣາ​ສ​ຕ​ຣາ​ແລ້ວ, ຂະ​ນະ​ທີ່​ໂຮງ​ໝໍ​ທ້ອງ​ຖິ່ນ​ສົງ​ໄສວ່າ, ໄວ​ຣັດ​ພະ​ຍາດ​ດັ່ງ​ກ່າວ​ອາດ​ໄດ້​ປ່ຽນ​​ສາຍ​ພັນ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ