ວາງ​ສະ​ແດງ​ຮູບ​ພາບ "ບົດ​ບາດ​ຂອງ​ຈີນ​ໃນ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ" ຢູ່​ອາ​ເມ​ລິ​ກາ
2017-07-25 16:28:20  cri 
    ເພື່ອ​ລະ​ນຶກວັນ​ຄົບ​ຮອບ 80 ປີ​ແຫ່ງ​ການ​ເກີດ​ສົງ​ຄາມ​ທົ່ວ​ປະ​ຊ​າ​ຊາດ​ຈີນ​ຕໍ່​ຕ້ານ​ການ​ຮຸກ​ຮານ, ງານ​ວາງ​ສະ​ແດງ​ຮູບ​ພາບ "​ບົດ​ບາດຂອງ​ຈີນ​ໃນ​ສົງ​ຄາມ​ໂລກ​ຄັ້ງ​ທີສອງ" ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງວໍ​ຊິງ​ຕັນ​ປະ​ເທດ​ອາ​ເມ​ລິ​ກາ​ໃນ​ວັນ​ທີ 24 ກໍ​ລະ​ກົດ​ນີ້.

    ກອງ​ທຶນ​ນະ​ໂຍ​ບາຍ​ອາ​ເມ​ລິ​ກາ​ຈີນ ເຊິ່ງ​ເປັນ​ຝ່າຍ​ຈັດ​ງານ ໃຫ້​ຮູ້​ວ່າ, ໃນ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້ ໄດ້​ວາງ​ສະ​ແດງ​ຮູບ​ຖ່າຍປະ​ມານ 50 ໃບ ​ທີ່​ສອງ​ແສງໃຫ້​ເຫັນ​ເຖິງ​ຄວາມ​ອົງ​ອາດ​ກ້າ​ຫານ​ຂອງ​ທະ​ຫານ​ແລະ​ປະ​ຊາ​ຊົນ​ຈີນ​ໃນ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ​, ທັງ​ໄດ້ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ບົດ​ບາດ​ຂອງ​ອາ​ເມ​ລິ​ກາ​ທີ່​ເປັນ​ພັນ​ທະ​ມິດ​ສຳ​ຄັນ​ຂອງ​ຈີນ ​ແລະປະ​ຫວັດ​ການ​ຕໍ່​ຕ້ານ​ຜູ້​ຮຸກ​ຮານ​ຍີ່​ປຸ່ນ​ຮ່ວມ​ກັນ​ຂອງ​ສອງ​ປະ​ເທດ​ຈີນ​ແລະ​ອາ​ເມ​ລິ​ກາ​ໂດຍ​ກົງ​ຢ່າງ​ມີ​ຊີ​ວິດ​ຊີ​ວາ.

    ໃນ​ງານ​ດັ່ງ​ກ່າວ, ຮູບ​ຖ່າຍ​ຊຸດ​ໜຶ່ງ​ກ່ຽວ​ກັບ​ທີມ "Flying Tigers" ຂອງ​ອາ​ເມ​ລິ​ກາ​ສູ້​ຮົບ​ຢ່າງ​ຄຽງ​ບ່າ​ຄຽງ​ໄຫຼ່​ກັບ​ທະ​ຫານ​ຈີນນັ້ນ ​ເປັນ​ພາບ​ທີ່​ຕິດ​ຕາ​ຜູ້​ຊົມ​ທີ່​ສຸດ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ​ປີ 1941, ​ທິມ "Flying Tigers" ທີ່​​ຈັດ​ຕັ້ງ​ຂຶ້ນ​ໂດຍ​ທ່ານ ແຄ​ຣ ລີ ເຈັນ​ນາວ ​ເປັນນາຍ​ທະ​ຫານເກົ່າ​ທີ່​​ເຂົ້າ​ຮ່ວມ​ການ​ຕໍ່​ຕ້ານ​ຍີ່​ປຸ່ນ​ຢູ່​ຈີນ. ຫຼັງ​ຈາກນັ້ນ 4 ປີ, ​ທີມ "Flying Tigers" ໄດ້​ຍິງ​ຍົນ​ຍີ່​ປຸ່ນ​​ຕົກ​ແລະຖືກ​ທຳ​ລາຍ 2600 ລຳ ແລະ​ຍິງ​ກຳ​ປັ່ນ​ສັດ​ຕູຫຼົ້ມ ແລະທຳ​ລາຍ 44 ລຳ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ