ຈັດ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ພັດ​ທະ​ນາສັງ​ຄົມ​ແລະຫຼຸດ​ຜ່ອນ​ຄວາ​ມ​ທຸກ​ຍາກຈີນ-ອາ​ຊຽນ​ຢູ່​ກຳ​ປູ​ເຈຍ
2017-07-25 16:59:04  cri 
    ເວ​ທີ​ປຶກ​ສາ​ຫາ​ລື​ການ​ພັດ​ທະ​ນາສັງ​ຄົມ​ແລະຫຼຸດ​ຜ່ອນ​ຄວາ​ມ​ທຸກ​ຍາກຈີນ-ອາ​ຊຽນຄັ້ງ​ທີ 11 ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ຊຽມ​ລຽບ​ປະ​ເທດ​ກຳ​ປູ​ເຈຍ​ໃນ​ຕອນ​ເຊົ້າ​ວັນ​ທີ 25 ກໍ​ລະ​ກົດ​ນີ້ ໂດຍ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ, ຜູ້​ຊ່ຽວ​ຊານ, ນັກ​ວິ​ຊາ​ການ, ຜູ້​ໜ້າ​ສື່ມວນ​ຊົນ​ຂອງ​​ຈີນແລະ 10 ປະ​ເທດ​ອາ​ຊຽນ​ພ້ອມ​ດ້ວຍ​ຜູ້​ຕາງ​ໜ້າ​ຂອງວິ​ສາ​ຫະ​ກິດ​ຈີນ, ອົງ​ການ NGO ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ 120 ກວ່າ​ທ່ານ​ເຂົ້າ​ຮ່ວມ.

    ທ່ານ ຮົງ​ທ່ຽນ​ຢູນ ຮອງ​ຫົວ​ໜ້າ​ຫ້ອງ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ລັດ​ຖະ​ບານ​ຈີນ ໄດ້​ກ່າວວ່າ, ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ແມ່ນ​ເປົ້າ​ໝາຍ​ຮ່ວມ​ຂອງ​ການ​ພັດ​ທະ​ນາ​ມະ​ນຸດ, ທັງ​ແມ່ນ​ສິ່ງ​ທ້າ​ທາຍ​ທີ່​ຈີນ​ແລະ​ປະ​ເທດ​ໃນ​ອາ​ຊຽນ​ຜະ​ເຊີນ​ຮ່ວມ​ກັນ​ໃນ​ຂະ​ບວນ​ການ​ພັດ​ທະ​ນາປະ​ເທດ. ນັບ​ແຕ່​ດຳ​ເນີນ​ການ​ປະ​ຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ໂລກ​ພາຍ​ນອກ​​ມາເປັນ​ເວ​ລາ 39 ປີ​, ຈີນ​ໄດ້​ເຮັດ​ວຽກ​ງານຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຢ່າງ​ຂະ​ໜາດ​ໃຫຍ່, ມີ​ການ​ຈັດ​ຕັ້ງ ແລະ​ມີ​ແຜນ​ການ ໂດຍສາ​ມາດ​ເຮັດ​ໃຫ້ 700 ລ້ານກວ່າ​ຄົນ​ໄດ້ຫຼຸ​ດ​ຜ່ອນ​​ຄວາມ​ທຸກ​ຍາກ. ມາ​ຮອດ​ທ້າຍ​ປີ 2016 ຜ່ານ​ມາ, ຜູ້​ທຸກ​ຍາກ​ຢູ່​ຊົນ​ນະ​ບົດ​ຈີນ ໄດ້ຫຼຸດ​ລົງ​ເຖິງ 43 ລ້ານ 3 ແສນ 5 ໝື່ນ​ຄົນ ແລະ​ອັດ​ຕາການ​ເກີດ​ຄວາມ​ທຸກ​ຍາກ​​ກໍໄດ້ຫຼຸດ​ລົງ​ເຖິງ 4,5%. ຈາກນີ້ ຈີນ​ຈຶ່ງ​ກາຍ​ເປັນ​ປະ​ເທດ​ທີ່ຫຼຸດ​ຜ່ອນ​ຜູ້​ທຸກ​ຍາກ​​ໄດ້ຫຼາຍ​ທີ່​ສຸດ​ໃນ​ໂລກ ແລະ​ກໍ​ແມ່ນ​ປະ​ເທດ​ທີ່​ສຳ​ເລັດ​ເປົ້າ​ໝາຍ​ສະ​ຫັດສະ​ວັດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່ອນ​ໝູ່​ໃນ​ໂລກ.

    ຫົວ​ຂໍ້​ຂອງ​ເວ​ທີ​ປຶ​ກ​ສາ​ຫາ​ລື​ຄັ້ງ​ນີ້​​ເນັ້ນ "ຈີນ​ແລະ​ອາ​ຊຽນ: ການ​ປະ​ດິດ​ສ້າງ​ໃໝ່​ແລະ​ພຶດ​ຕິ​ກຳ​ດ້ານ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ" ໂດຍ​ຜູ້​ຮ່ວມ​ປະ​ຊຸມ​ຈະ​ຫາ​ລື​ການ​ນຳ​ໃຊ້ຫົວ​ຄິດ​ປະ​ດິດ​ສ້າງ​ແລະ​ຜົນ​ສຳ​ເລັດ​ຂອງ​ຈີນ​ແລະອາ​ຊຽນ​ຕາມ​ທັດ​ສະ​ນະ​ແລະ​ນະ​ໂຍ​ບາຍຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ຊ່ອງ​ທາງ​ການ​ຮ່ວມ​ມືຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ, ການ​ບັນ​ລຸ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ປີ 2030 ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ