ຈີນ​ແລະ​ຟິລິບ​ປິນ​​​ເຫັນ​ພ້ອມ​ຮ່ວມ​​ກັນພັດທະນາທະ​ເລ​ຈີນ​ໃຕ້
2017-07-26 11:21:18  cri 

ທ່ານ​ຫວາງ​ຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ແລະ ທ່ານ​ອາ​ລານ ​ປີ​ເຕີ ຄາ​ເຢຕາ​ໂນ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຟິລິບ​ປິນ ​ໄດ້​ຖະ​ແຫຼງຂ່າວຮ່ວມ​ຢູ່​ນະຄອນຫຼວງມະນີລາ​ໃນ​ວັນ​ທີ 25 ກໍລະກົດ​ນີ້ ​ໂດຍ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວກ່ຽວ​ກັບ​ບັນຫາ​ທີ່​ສອງ​ປະ​ເທດ​ຮ່ວມກັນ​ພັດທະນາ​ຢູ່​ທະ​ເລ​ຈີນ​ໃຕ້.

ທ່ານ​ຄາ​ເຢຕາ​ໂນ ກ່າວ​ວ່າ: ​ເພື່ອ​ບັນລຸ​ການ​ພັດທະນາ​ສາຍ​ພົວພັນ​ລະຫວ່າງ​ຟິລິບ​ປິນ​ແລະ​ຈີນ, ສອງ​ຝ່າຍ​ຄວນ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ, ສ້າງ​ສະພາບ​ແວດ​ລ້ອມ​ທີ່​ດີ ​ແລະ ຜ່ານ​ການຮ່ວມກັນພັດທະນາ​ຊັບພະຍາກອນ​ທຳ​ມະ​ຊາດ​ເຮັດ​ໃຫ້​ປະຊາຊົນ​ສອງ​ຊາດ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ. ​ເມື່ອ​ປີ 1986, ຜູ້ນຳ​ສອງ​ປະ​ເທດ​ໄດ້​​ຕົກລົງ​ກັນແລ້ວ​ວ່າ ສອງ​ປະ​ເທດຕ້ອງ​ພັດທະນາ​ທະ​ເ​ລຈີນ​ໃຕ້ຮ່ວມ​ກັນ. ​ເຊື່ອ​ວ່າ ຄົນ​ຮຸ່ນ​ພວກ​ເຮົາ​ນີ້ຈະ​ມີ​ສະຕິ​ປັນຍາ​ໃນ​ການ​ຊອກ​ຫາ​ຮູບ​ການທີ່​ເໝາະ​ສົມ​ເພື່ອ​ພັດທະນາ​ຊັບພະຍາກອນ​ທຳ​ມະຊາດ​ຮ່ວມ​ກັນ ​ແລະ ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ຊາດ ​ໂດຍພາຍ​ໃຕ້​ການ​ນຳພາ​ຂອງທ່ານ​ປະທານາທິບໍດີ​ໂຣດຣີ​ໂກ ດູ​ເຕີ​ເຕ ​ແລະ ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ.

ທ່ານ​ຫວາງ​ຢີ້ ກ່າວ​ວ່າ: ຕົນ​ເຫັນ​ດີ​ຕໍ່ທັດສະນະ​ຂອງ​ທ່ານ​ຄາ​ເຢຕາ​ໂນ ​ໂດຍ​ຢູ່​ເຂດ​ທະ​ເລ​ ທັບ​ຊ້ອນ​ກັນທີ່​ບັນດາ​ປະ​ເທດຕ່າງ​ກໍ​ກ່າວ​ອ້າງ​ສິດ ​ແລະ ຜົນ​ປະ​ໂຫຍ​ດທາງ​ທະ​ເລ​ຂອງ​ປະ​ເທດ​ຕົນນັ້ນ, ຖ້າ​ປະ​ເທດ​ໃດ​ໜຶ່ງ​ພັດທະນາ​ແຕ່​ຝ່າຍ​ດຽວ ອີກ​ຝ່າຍ​ອື່ນໆກໍ​ຈະ​ເຄື່ອນ​ໄຫວ​ທີ່​ສົມ​ຄູ່​ກັນ​ຢ່າງ​ແນ່ນອນ ​ແລະສົ່ງ​ຜົນ​ເຮັດ​ໃຫ້​ສະຖານະ​ການ​ທາງ​ທະ​ເລ​ສັບສົນ​ຂຶ້ນ ຈົນເຮັດ​ໃຫ້​ສະພາບ​ການ​ເຄັ່ງ​ຕຶງ​ຂຶ້ນກໍ​ເປັນ​ໄດ້ ​​ແລະ​ໃນ​ທີ່​ສຸດກໍ​ບໍ່​ມີໃຜ​​ສາມາດ​ພັດທະນາ​ໄດ້. ​ແນວ​ໃດ​ກໍ​ດີ, ວິທີ​ການ​ແກ້​ໄຂ​ບັນຫາ​ດັ່ງກ່າວ​ ກໍ​ຄື ​ແນວ​ຄວາມ​ຄິດທີ່​ເຕັມ​ໄປ​ດ້ວຍ​ສະຕິ​ປັນຍາ​ທາງ​ການ​ເມືອງ​ຂອງ​​ທ່ານເຕີ້ງສຽວ​ຜິ​ງ ຜູ້ນຳ​ປະ​ເທດ​ຈີນ ທີ່​ໄດ້​ສະ​ເໜີ​ຕໍ່​ຜູ້ນຳ​ປະ​ເທດ​ຟິລິບ​ປິນກ່ອນໜ້າ​ນີ້ 31 ປີ. ຂະນະ​ທີ່​ການ​ຮ່ວມພັດທະນາບໍ່​ໄດ້​ກະທົບ​​ແລະ​ກໍ​ບໍ່​ກ່ຽວ​ພັນ​ເຖິງ​ລະບົບ​ກົດໝາຍ​ຂອງ​ແຕ່ລະ​ປະ​ເທດ, ​ແຕ່​​ເພື່ອ​ບັນລຸບັນທັດຖານ​ແລະ​ການຈັດ​ວາງ​ທີ່​ແຕ່ລະ​ປະ​ເທດສາມາດ​ຮັບຮອງ​ເອົາ​ໄດ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ