ຜູ້ຕາງໜ້າ​ຈີນ​ແນະນຳ 4 ຂໍ້​ສະ​ເໜີ​ຂອງ​ປະທານ​ປະ​ເທດ​ຕົນ​ໃນ​ການ​ແກ້​ໄຂ​ບັນຫາ​ປາ​​ແລັສຕິນ​ໃນ​ສະພາ​ຄວາມ​ໝັ້ນຄົງ ສປຊ
2017-07-26 15:50:56  cri 

ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ໄຂ​ກອງ​ປະຊຸມ​ເປີດ​ກວ້າງ​ກ່ຽວ​ກັບ​ບັນຫາ​ປາ​ແລັສຕິນ ​ໃນ​ວັນ​ທີ 25 ກໍລະກົດ​ນີ້ ​ໂດຍ​ທ່ານຫຼິວ​ເຈ​ຢີ່ ຜູ້ຕາງ​ໜ້າ​ຖາວອນ​ຂອງ​ຈີນ​ປະຈຳ​ອົງການ​ສະຫະ​ປະຊາ​ຊາດ, ປະທານ​ໝູນວຽນ​ປະຈຳເດືອນ​ນີ້​ ​ເປັນ​ປະທານ​​ ແລະມີຜູ້ຕາງໜ້າ​ເກືອບ 50 ປະ​ເທດ ​ແລະ ອົງການ​ຈັດຕັ້ງສາກົນ ລວມທັງ ປະ​ເທດ​ມົນຕີ​ຖາວອນ​ສະພາ​ຄວາມ​ໝັ້ນຄົງ, ປາ​ແລັສຕິນ ​ແລະ ອິສຣາ​ແອນ ​ເຂົ້າຮ່ວມ.

ທ່ານຫຼິວ​ເຈ​ຢີ່ ​ໄດ້​ແນະນຳ 4 ຂໍ້​ສະ​ເໜີ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຕົນ​ກ່ຽວ​ກັບ​ການ​ແກ້​ໄຂ​ບັນຫາ​ປາ​ແລັສຕິນທີ່​ໄດ້​ສະ​ເໜີເມື່ອ​ບໍ່​ດົນ​ມາ​ນີ້ ​ແລະ​ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຈົ່ງຕັ້ງໜ້າ​ຕອບ​ຮັບ​​ແລະ​ສະໜັບສະໜູນ ​ເຊິ່ງ​ເນື້ອ​ໃນ​ຂອງ 4 ຂໍ້​ສະ​ເໜີມີ​ດັ່ງ​ນີ້:

ໜຶ່ງ ​ເດັດດ່ຽວ​ຊຸກຍູ້​ການ​ແກ້​ໄຂ​ບັນຫາ​ໂດຍ​ຊ່ອງ​ທາງ​ການ​ເມືອງ​ບົນ​ພື້ນຖານປະຕິບັດ​ຕາມ "​ແຜນການ​ບັນລຸ​ການ​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິຢ່າງ​ຖາວອນ​ລະຫວ່າງ​ປາ​ແລັສຕິນ-​ອິສຣາ​ແອນ" ຫຼື ​"​ແຜນການ​ສ້າງ​ສອງ​ປະ​ເທດ". ຂະນະ​ທີ່​ຈີນ​ເດັດດ່ຽວ​ສະໜັບສະໜູນ​ແຜນການ​ດັ່ງກ່າວ, ສະໜັບສະໜູນ​ການ​ສ້າງຕັ້ງປະ​ເທດ​ປາ​​ແລັສຕິນທີ່​ຖື​ເອົາ​ເຢຣູຊາ​ເ​ລມ​ຕາ​ເວັນ​ອອກເປັນນະຄອນຫຼວງ, ມີ​ສິດ​ອຳນາດ​ອະທິປະ​ໄຕ​ຢ່າງຄົບ​ຖ້ວນ ​ແລະ​ເປັນ​ປະ​ເທດ​ເອກະລາດ ບົນ​ພື້ນຖານ​ຊາຍ​ແດນ​ເມື່ອ​ປີ 1967 ​ແລະ​ຈະ​ເສີມ​ຂະຫຍາຍ​ບົດບາດ​ທີ່​ສ້າງສັນ​ເພື່ອ​​ແກ້​ໄຂ​ບັນຫາ​ປາ​ແລັສຕິນ.

ສອງ ຍຶດໝັ້ນທັດສະນະ​ຄວາມ​ໝັ້ນຄົງ​ຮ່ວມ, ສັງ​ລວມ, ຮ່ວມ​ມື ​ແລະ ​ແບບ​ຍືນ​ຍົງ. ຈີນ​ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ຈົ່ງ​ຈັດຕັ້ງປະຕິບັດ​ຕາມ​ມະຕິ​ເລກທີ 2334 ຂອງ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ​ຢ່າງ​ແທ້​ຈິງ ຢຸດຕິ​ທຸກການ​​ເຄື່ອນ​ໄຫວ​ທີ່​ກ່ຽວ​ພັນ​ເຖິງຈຸດ​ຕັ້ງຖິ່ນ​ຖານ​ໃນ​ດິນ​ແດນ​ທີ່​ຖືກ​ຍຶດຄອງ, ນຳ​​ໃຊ້​ມາດ​ຕະການ​ທັນທີ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​​ເຫດການ​ຄວາມ​ຮຸນ​ແຮງ​ທີ່​ຖື​ປະຊາຊົນ​ເປັນ​ເປົ້າໝາຍ.

ສາມ ປະສານຄວາມ​ພະຍາຍາມ​ຂອງ​ປະຊາ​ຄົມ​ໂລກ​ຕື່ມ​ອີກ ​ເພື່ອ​ເສີມ​ສ້າງກຳລັງ​ທີ່​ເຂັ້ມ​ແຂງຊຸກຍູ້​ສັນຕິພາບ.

ສີ່ ປະຕິບັດ​ນະ​ໂຍບາຍ​​ລວມ ​ຊຸກຍູ້​ສັນຕິພາບ​ດ້ວຍ​ການ​ພັດທະນາ. ​​ໃນ​ຂະນະ​ທີ່​ຊຸກຍູ້​ການ​ເຈລະຈາ​ທາງ​ການ​ເມືອງ​ນັ້ນ, ກໍຄວນ​ໃຫ້​ຄວາມ​ສຳຄັນ​ສູງ​ຕໍ່​ບັນຫາການ​ພັດທະນາ ​​ແລະຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ປາ​ແລັສຕິນ-ອິສຣາ​ແອນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ