ຈີນ, ລາວ, ມຽນມາ ​ແລະ ​ໄທ ເລີ່​ມຮ່ວມ​ລາດຕະ​ເວນປະຕິບັດ​ກົດໝາຍ​ຕາມ​ລຳ​ແມ່​ນ້ຳຂອງ​ຄັ້ງທີ 60​
2017-07-26 15:53:01  cri 

ວັນ​ທີ 25 ກໍລະກົດ​ນີ້, ການຮ່ວມ​ລາດຕະ​ເວນປະຕິບັດ​ກົດໝາຍ​ຕາມ​ລຳ​ແມ່​ນ້ຳຂອງ​ຄັ້ງທີ 60 ລະຫວ່າງ​ຈີນ, ລາວ, ມຽນມາ ​ແລະ ​ໄທ ​ໄດ້​ເລີ່​ມຈາກ​ທ່າ​ກ່ວນ​ເລີ້​ຍ ​ແຂວງ​ຢຸນນານ ສປ ຈີນ​ຢ່າງ​ເປັນ​ທາງ​ການ ​ໂດຍປະຕິບັດ​ຕາມ​ຄຳ​ສັ່ງ​ຂອງ​ເຈົ້າໜ້າ​ທີ່​ບັນຊາ​ການ 4 ປະ​ເທດ​ດັ່ງກ່າວ.

ການ​ເຄື່ອນ​ໄຫວ​ເທື່ອ​ນີ້ຈະ​ໃຊ້​ເວລາ 5 ວັນ ​ໂດຍ 4 ປະ​ເທດ​ໄດ້​ສົ່ງ​ເຮືອປະຕິບັດ​ກົດໝາຍ 7 ລຳ ​ແລະ ພະນັກງານ​ປະຕິບັດ​ກົດໝາຍ 200 ກວ່າ​ຄົນ, ຂະນະ​ທີ່​ຂະ​ບວນ​ເຮືອ​ຈະລາ​ດຕະ​ເວນ​ໃນ​ຮູບ​ການ​ຕ່າງໆ ​ເປັນຕົ້ນ ​ແບ່ງ​ຍ່ານ​ລາດຕະ​ເວນ​ຮ່ວມ, ​ແບ່ງ​ຈຸລາ​ດຕະ​ເວນ, ​ເດີນ​ເຮືອ​ຍາມ​ກາງຄືນ ​ແລະ​ອື່ນໆ ​ເພີ່ມຄວາມ​ເຂັ້ມງວດ​ໃນ​ການ​ປະຕິບັດ​ກົດໝາຍ ​ເພື່ອ​ເປັນ​ການນາບ​ຂູ່​ຕໍ່​ການ​ກະທຳ​ຄວາມ​ຜິດ​ຕ່າງໆ​​ຕາມ​ລຳ​ແມ່​ນ້ຳຂອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ