ສະພາ​ເອີຣົບອອກ​ຖະ​ແຫຼງການ​ກ່ຽວ​ກັບ​ການ​ເຈລະຈາ​ການ​ຖອນ​ອອກ​ຈາກ​ອີ​ຢູຂອງອັງກິດ
2017-07-26 15:55:13  cri 

ວັນ​ທີ 25 ​ກໍລະກົດ​ນີ້, ໜ່ວຍຊີ້ນຳ​ການ​ກະກຽມ​ການ​ຖອນ​ອອກ​ຈາກ​ອີ​ຢູຂອງ​ອັງກິດ ສະພາ​ເອີຣົບ ​ແລະທ່ານ​ມີ​ເຊ​ວ ບາ​ນີ​ເອີ ຫົວໜ້າ​ຜູ້​ແທນ​ເຈລະຈາ​ການ​ຖອນ​ອອກ​ຈາກ​ອີ​ຢູຂອງ​ອັງກິດ ຄະນະ​ກຳມາ​ທິການ​ອີ​ຢູ ​ໄດ້​ອອກ​ຖະ​ແຫຼງການ​ຫຼັງ​ການ​ເຈລະຈາ​ການ​ຖອນ​ອອກ​ຈາກ​ອີ​ຢູຂອງ​ອັງກິດ​ຮອບ​ທີ 2 ​ວ່າ ການ​ປົກ​ປັກ​ຮັກສາ​ສິດ​ພົນລະ​ເມືອງ​ອີ​ຢູ​ແມ່ນ​ຫົວ​ຂໍ້​ຫຼັກ​.

ຖະ​ແຫຼງການ​ຊີ້​ວ່າ: ຖ້າ​ຢາກ​ໃຫ້ການ​ເຈລະຈາດັ່ງກ່າວ​​ບັນລຸ​ການ​ເຊັນ​ສັນຍາ​ຕາມ​ກຳນົດ​ເວລາ, ສອງ​ຝ່າຍ​ກໍ​ຄວນ​ດຳ​ເນີນ​ງານ​ຢ່າງ​ວ່ອງ​ໄວ​ກ່ຽວ​ກັບ​ເນື້ອ​ໃນ​ທີ່​ລະອຽດ. ຂະນະ​ທີ່​ສະພາ​ເອີຣົບ​ເຫັນ​ວ່າ ອັງກິດ​ແລະ​ອີ​ຢູມີ​ຄວາມ​ຄືບ​ໜ້າ​ຢ່າງ​ໃຫຍ່ຫຼວງ​ໃນຫຼາຍຫົວ​ຂໍ້ ​ເປັນຕົ້ນ ສິດ​ແລະ​ຜົນ​ປະ​ໂຫຍ​ດຂອງ​ພົນລະ​ເມືອງ, ຄ່າ​ທຳນຽມ​ການ​ຖອນ​ອອກ​ຈາກ​ອີ​ຢູ, ບັນຫາ​ຊາຍ​ແດນ​ອຽກລັງ​ເໜືອ ​ແລະ​ອື່ນໆ, ​ທັງ​ນີ້ຖື​ເປັນ​ເງື່ອນ​ໄຂ​ເບື້ອງ​ຕົ້ນຂອງ​ການ​ເຈລະຈາ​ກ່ຽວ​ກັບ​ການ​ພົວພັນ​ອັງກິດ-ອີ​ຢູ​ລະຫວ່າງສອງ​ຝ່າຍ​ໃນ​ຕໍ່ໜ້າ.

​ໃນ​ອາທິດ​ຜ່ານ​ມາ, ການ​ເຈລະຈາ​ການ​ຖອນ​ອອກ​ຈາກ​ອີ​ຢູຂອງ​ອັງກິດ​ຮອບ​ທີ 2 ທີ່​ດຳ​ເນີນ​ມາ​ເປັນ​ເວລາ 4 ວັນນັ້ນ ບໍ່​ໄດ້​ຮັບ​ຄວາມ​ຄືບ​ໜ້າ​​ໃນ​ຫົວຂໍ້​ສຳຄັນ ​ໂດຍຕາຕະລາງ​ຄ່າ​ທຳນຽມການ​ຖອນ​ອອກ​ຈາກ​ອີ​ຢູ ​ແລະ ການ​ຮັບປະກັນ​ສິດຜົນປະ​ໂຫຍ​ດຂອງ​ພົນ​ລະ​ເມື​ອງ ຍັງ​ຄົງ​ເປັນ​ຈຸດ​ຮ້ອນ​ໃນ​ຄວາມ​ຂັດ​ແຍ້​ງກັນ​ລະຫວ່າງ​ອັງກິດ​ແລະ​ອີ​ຢູ.
​ແນວ​ໃກກໍ​ດີ, ສອງ​ຝ່າຍ​ກໍ​ໄດ້​ກຳນົດ​ຈະ​ເຈລະຈາ​ຮອບ​ທີ 3 ​ໃນ​ທ້າຍ​ເດືອນ​ໜ້າ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ