ກອງທັບ​ອາ​ເມ​ລິ​ກາ​ວາງ​ແຜນລາດຕະ​ເວນ​ຢູ່​ທະ​ເລ​ຈີນ​ໃຕ້​ເພື່ອ​ຫຍັງ?
2017-07-26 16:50:00  cri 

​ເວັບ​ໄຊ​​ເບຣທ໌ບາດ ສື່​ມວນ​ຊົນ​ຝ່າຍ​ຂວາຈັດ​ອາ​ເມ​ລິ​ກາ ​ໄດ້​ລາຍ​ງານ​ຫວ່າງ​ມໍ່ໆ​ນີ້​ວ່າ: ທ່ານ​ເຈ​ມສ໌ ມາຕິ​ສ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ ​ໄດ້​ຍື່ນ​ແຜນການ​ເຄື່ອນ​ໄຫວ​ຂອງ​ກອງທັບ​ອາ​ເມ​ລິ​ກາປະຈຳ​ປີ​ຕາມ​ເປົ້າ "​ເດີນທາງ​ຢ່າງ​ເສລີ" ສະບັບ​ໜຶ່ງ​ໃຫ້​ທຳນຽບຂາວ​ໃນ​ເດືອນ​ເມສາ​ປີ​ນີ້. ຈາກ​ນີ້​ຈຶ່ງ​ເຮັດ​ໃຫ້ນັກວິ​ເຄາະອອກ​ມາ​ກ່າວວ່າ: ຖ້າວ່າ​ຂ່າວ​ດັ່ງກ່າວ​ເປັນ​ຄວາມ​ຈິງ​ແລ້ວ, ​ແຜນການ​ດັ່ງກ່າວ​ຈະ​ເຮັດ​ໃຫ້​ກອງທັບ​ເຮືອ​ອາ​ເມ​ລິ​ກາ​ມີ​ເສລີພາບໃນ​ການ​ລາດຕະ​ເວນຢູ່​ທະ​ເລ​ຈີນ​ໃຕ້ຫຼາຍກວ່າ​ເກົ່າ​.

ຂ່າວ​ລາຍ​ງານ​ວ່າ: ລັດຖະບານ​ບາຣັກ ​ໂອ​ບາ​ມາ ​ໄດ້​ຖື​ "ການ​ເດີນທາງ​ຢ່າງ​ເສລີ" ຢູ່​ທະ​ເລ​ຈີນ​ໃຕ້​ທຸກ​ເທື່ອ​ເປັນ​ "ເຫດການ​ເທື່ອດຽວ" ​ເທົ່າ​ນັ້ນ, ສະນັ້ນຈຶ່ງ​ຕ້ອງການເວລາ​ດົນ​ສົມຄວນ​​ເພື່ອ​ອະນຸມັດ ​ແລະ ການ​ເຄື່ອນ​ໄຫວ​ຄື​ແນວ​ນີ້​ກໍ​ຖືກ​​ເບິ່ງ​ວ່າເປັນ​ການ​ "​ຕອບ​ໂຕ້​ຕໍ່​ການ​​ເຄື່ອນ​ໄຫວ​ທີ່​ເປັນ​ຮູບ​ປະ​ທຳ​ຂອງ​ຈີນ" ຫຼາຍກວ່າ. ຂະນະ​ທີ່​ແຜນການ​ປະຈຳ​ປີ​ທີ່​ວາງ​ອອກໃໝ່​ນີ້ ​ໂດຍກອງທັບ​ອາ​ເມ​ລິ​ກາ​ຮ້ອງ​ຂໍ "ການ​ເດີນທາງ​ຢ່າງ​ເສລີ" ຢູ່​ທະ​ເລ​ຈີນ​ໃຕ້​ຈະ​ໄດ້​ຮັບ​ການ​ອະນຸມັດ​ໄວ​ກວ່າ​ເກົ່າ ​ອັນ​ຈະເຮັດ​ໃຫ້​ກອງທັບ​ອາ​ເມ​ລິ​ກາສາ​ມາດ "​ເດີນທາງ​ຢ່າງ​​ເສລີ" ຢູ່​ທະ​ເລ​ຈີນ​ໃຕ້ ຢ່າງ​​ເປັນ​ປົກກະຕິ ​ແລະ ຕາມ​ກຳນົດ ກໍ​ຈະເຮັດ​ໃຫ້ທຸກການ​ເຄື່ອນ​ໄຫວ​ບໍ່​ເປັນ "​ເຫດການ​ເທື່ອ​ດຽວ" ອີກ ​​ເພາະ​ນັ້ນຄືສ່ວນ​ໜຶ່ງ​ໃນ​ໂຄງການ "ການ​ເດີນທາງ​ຢ່າງ​ເສລີ" ຂອງ​ກອງທັບ​ອາ​ເມ​ລິ​ກາ.

ມີລາຍ​ງານ​ຂ່າວ​ຕື່ມ​ວ່າ: ປັດຈຸບັນ​ຍັງ​ບໍ່​ທັນ​ຮູ້​ວ່າ ​ແຜນການ​ດັ່ງກ່າວ​ແມ່ນ​ສ່ວນ​ໜຶ່ງ​​ໃນ​ຍຸດ​ທະ​ສາດ​ອາຊີ​ປາຊີ​ຟິກຂອງ​ລັດຖະບານ​ທຣຳ ຫຼືວ່າ ພຽງ​ແຕ່​ຄິດ​ຢາກ​ໃຫ້ "ການ​ເດີນທາງ​ຢ່າງ​ເສລີ" ຢູ່​ທະ​ເລ​ຈີນ​ໃຕ້​ຂອງ​ກອງທັບ​ອາ​ເມ​ລິ​ກາ ​ເປັນ​ໄປ​ແບບ​ປົກກະຕິ​ຢ່າງ​ດຽວ​ເທົ່າ​ນັ້ນ. ຂະນະ​ທີ່​​ແຜນການ​ດັ່ງກ່າວ​ຂອງກອງທັບ​ອາ​ເມ​ລິ​ກາ ​ໄດ້​​ເຮັດ​ໃຫ້​ນັກ​ສັງ​ເກດ​ການ​ຂອງບາງ​ປະ​ເທດອ້ອມ​ຂ້າງ​ທະ​ເລ​ຈີນ​ໃຕ້​ຮູ້ສຶກ​​ເປັນ​ຫ່ວງ.

ທ່ານ​ວິກຕໍ ຄໍ​ປຸສ ນາຍ​ພົນ​​ບຳນານ​ຂອງ​ຟິລິບ​ປິນ ຊີ້​ວ່າ ​ແຜນການ​ດັ່ງກ່າວ​ເປັນ "ການ​ກະທຳ​ທີ່​ບ້າ​ອຳນາດ​ຢ່າງເປີດ​ແປນ​ທັງ​ນັ້ນ". ທ່ານ​ກ່າວ​ວ່າ: ​ ​​ອີກບໍ່​ດົນໃນ​ຕໍ່ໜ້າ, ຄວາມ​ສົມ​ດຸນ​ດ້ານ​ກຳລັງ​ຈະ​ພັດທະນາ​ໂດຍຫັນ​ໄປ​ສູ່ທິດ​ທາງ​ທີ່​ມີ​ຜົນ​ດີ​ຕໍ່​ຈີນ ຈົ່ງ​ລອງ​ຄິດ​ເບິ່ງ​ວ່າ ຮອດ​ເວລາ​ນັ້ນ, ຖ້າວ່າ​ຈີນ​ກໍ​ໄປ "​ເດີນທາງ​ຢ່າງ​ເສລີ" ຢູ່​ເຂດ​ນ້ຳ​ທີ່​ໃກ້​ລັດ​ກາລີ​ຟໍ​ເນຍ ຫຼື ລັດ​ວໍ​ຊິງ​ຕັນ, ສະຫະລັດ​ອາ​ເມ​ລິ​ກາຈະ​ມີ​ຄວາມ​ຮູ້ສຶກ​ແນວ​ໃດ?

ທ່ານຣາວຢາ​ວປິນ ຮອງ​ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ຈີນ ມະຫາວິທະຍາ​ໄລ​ມາ​ເລ​ເຊຍ ຊີ້​ໃຫ້​ເຫັນ​ວ່າ: ການ​ກະທຳ​ຂອງ​ອາ​ເມ​ລິ​ກາຄື​ເຈ​ຕະນາ​ເພີ່ມ​ທະວີ​ການ​ແຊກ​ແຊງ​ບັນຫາທະ​ເລ​ຈີນ​ໃຕ້​ໃນ​ລະດັບ​​ໃດໜຶ່ງ ​ເຊິ່ງຈະ​ເຮັດ​ໃຫ້​ສະຖານະ​ການ​ຢູ່​ທະ​ເລ​ຈີນ​ໃຕ້​ຂະຫຍາຍ​​ເປັນວົງ​ກວ້າງ​ໃນ​ສາກົນ ​ແລະ ສັບສົນ​ຍິ່ງ​ຂຶ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ