ຈີນ​ຮຽກ​ຮ້ອງ​ໃຫ້​ອາ​ເມ​ລິ​ກາ​ຢຸດ​ສອດ​ແນມ​ທັນ​ທີ
2017-07-26 16:05:13  cri 
ຈາກ​ກໍ​ລະ​ນີທີ່​ຍົນ​ຮົບ​ຂອງ​ຈີນ​ສະ​ກັດຍົນ​ສອດ​ແນມ​ຂອງ​ອາ​ເມ​ລິ​ກາ​ຢູ່​​ນ່ານຟ້າ​ຂອງ​ເຂດ​ທະ​ເລ​​ຈີນຕາ​ເວັນ​ອອກ, ທ່ານ ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ການ​ຖະ​ແຫຼງ​ຂ່າວ​ໃນ​ວັນ​ທີ 25 ກໍ​ລະ​ກົດ​ນີ້​ໂດຍ​ຊີ້​​ໃຫ້​ເຫັນວ່າ: ກຳ​ປັ່ນ​ແລະ​ຍົນ​ທະ​ຫານ​ຂອງ​ອາ​ເມ​ລິກ​າ​ໄດ້ເຄື່ອນ​ໄຫວ​ສອດ​ແນມ​ຢູ່​ເຂດ​ທະ​ເລໃກ້​ພາກ​ພື້ນ​ດິນຂອງ​ຈີນເລື້ອຍໆ​ແລະ​ເປັນ​ໄລ​ຍະ​ຍາວ​ນານ​ ເຊິ່ງ​ຖື​ວ່າ​ເປັນ​ການ​ຂົ່ມ​ຂູ່​ຕໍ່​ຄວາມ​ໝັ້ນ​ຄົງ​ທາງ​ທະ​ເລ​ແລະ​ທາງ​ອາ​ກາດ​ຂອງ​ຈີນ​ຢ່າງ​ໜັກ​ໜ່ວງ. ​ຈາກ​ນີ້, ຈຶ່ງ​ຮຽກ​ຮ້ອງ​ໃຫ້​ອາ​ເມ​ລິ​ກາ​ຈົ່ງ​ຢຸດ​​ການ​ສອດ​ແນມ​ໃກ້​ເຂດ​ທີ່​ກ່ຽວ​ຂ້ອງ​ທັນ​ທີ.

ຂ່າວ​ແຈ້ງວ່າ: ໂຄ​ສົກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ໃນ​ວັນ​ທີ 24 ກໍ​ລະ​ກົດ​ນີ້​ວ່າ: ຍົນ​ຮົບ​ຂອງ​ຈີນ​ສອງ​ລຳ​ໄດ້ສະ​ກັດ​​​ຍົນ​ສອດ​ແນມ​ຮຸ່ນ EP-3 ຂອງກອງ​ທັບ​ເຮືອ​ອາ​ເມ​ລິ​ກາ​ລຳ​ໜຶ່ງ​ຢູ່ນ່ານ​ຟ້າ​ໃນ​ເຂດ​ທະ​ເລ​​ຈີນຕາ​ເວັນ​ອອກ​​ເນື່ອງ​ຈາກ​ຖື​ວ່າ​ເປັນ​ໄພ​ອັນ​ຕະ​ລາຍ ໂດຍ​ໄດ້​ບິນເຂົ້າ​ໃກ້​ແລະ​ຫ່າງ​ກັນປະ​ມານ 91 ແມັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ