ຈີນ​ແລະ​ອາ​ຊຽນ​ເປັນ​ເອ​ກະ​ພາບ​​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເຊື່ອມ​ຈອດ​ກັນ
2017-07-26 11:00:30  cri 
ກອງ​ປະ​ຊຸມຄະ​ນະ​ກຳ​ມະ​ການ​​ຮ່ວມ​ມືເຊື່ອມ​ຈອດ​​ລະ​ຫວ່າງ​ຈີນ-ອາ​ຊຽນຄັ້ງ​ທີ 3 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ຈາ​ກາ​ຕາ​ປະ​ເທດ​ອິນ​ໂດ​ເນ​ເຊຍ​ໃນ​ວັນ​ທີ 25 ກໍ​ລະ​ກົດ​ນີ້ ໂດຍ​ທັງ​ສອງ​ຝ່າຍ​ໄດ້ເປັນ​ເອ​ກະ​ພາບ​​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເຊື່ອມ​ຈອດ​ກັນ.

ສອງ​ຝ່າຍ​ເຫັນ​ພ້ອມ​ກັນ​​ວ່າ, ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຂອງ​ຈີນ​ສອດ​ຄ່ອງ​ກັບຍຸດ​ທະ​ສາດ "ແຜນ​ແມ່​ບົດເຊື່ອມ​ຈອດ​ກັນ​ຂອງ​ອາ​ຊຽນ​ປີ 2025" ເຊິ່ງ​ສອງ​ຝ່າຍມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ພັດ​ທະ​ນາ​ຮ່ວມ​ຢ່າງ​ຫຼວງຫຼາຍ. ຂະ​ນະ​ດຽວ​ກັນ​ກໍຈະ​ສືບ​ຕໍ່​​ເຮັດໃຫ້​ແຜນ​ການ​ເຊື່ອມ​​ກັນ ແລະ​ປຶກ​ສາ​ຫາ​ລື​ໃນ​ຂົງ​ເຂດ​ແລະ​ໂຄງ​ການ​​ບຸ​ລິ​ມະ​ສິດ​ດ້ານ​ການ​ຮ່ວມ​ມື​ໃນ​ອະ​ນາ​ຄົດ, ສົ່ງ​ເສີມ​ໃຫ້​ວິ​ສາ​ຫະ​ກິດ​ດຳ​ເນີນ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ, ສະ​ໜັບ​ສະ​ໜູນ​ອາ​ຊຽນ​ຜັ​ນ​ຂະ​ຫຍາຍ "ແຜນ​ແມ່​ບົດ​ເຊື່ອມ​ຈອດ​ກັນ​ອາ​ຊຽນ​ປີ 2025" ເພື່ອ​ເຮັດ​ໃຫ້​ການ​ເຊື່ອມ​ຈອດ​ກັນ​ລະ​ຫວ່າງ​ສອງ​ຝ່າຍ​ກ້າວ​ໄປ​ໜ້າ ແລະນຳ​ເອົາ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ມາ​​ສູ່ປະ​ຊາ​ຊົນ​ພາກ​ພື້ນໃຫ້ຫຼາຍກວ່າ​ເກົ່າ ແລະ​ຊຸກ​ຍູ້​ສາຍ​ພົວ​ພັນ​ຈີນ-ອາ​ຊຽນ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ