ຈັດກອງ​ປະ​ຊຸມ​ເວ​ທີ​ປຶ​ກ​ສາ​ຫາ​ລື​ການ​ຮ່ວມ​ມື​ການ​ລົງ​ທຶນ​ແລະ​ພັດ​ທະ​ນາ​ຈີນ-ໄທ
2017-07-26 17:01:13  cri 
ກອງ​ປະ​ຊຸມ​ເວ​ທີ​ປຶ​ກ​ສາ​ຫາ​ລື​ການ​ຮ່ວມ​ມື​​ການ​ລົງ​ທຶນ​ແລະ​ພັດ​ທະ​ນາ​ຈີນ-ໄທ ກໍ​ຄື​ການ​ໂຄ​ສະ​ນາ​ການ​ລົງ​ທຶນ​ແລວ​ທາງ​ເສດ​ຖະ​ກິດ​ພາກ​ຕາ​ເວັນ​ອອກ​ໄທ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວ​ງ​ປັກ​ກິ່ງ​ໃນ​ວັນ​ທີ 24 ກໍ​ລະ​ກົດ​ນີ້ ໂດຍທ່ານ​ຈ່າງ​ຫົງ​ລີ້ ຮອງ​ຜູ້​ອຳ​ນວຍ​ການ​ທະ​ນາ​ຄານ ICBC, ທ່ານ​ກະ​ນິດ ແສງ​ສຸບັນ ເລ​ຂາ​ທິ​ການ​ຫ້ອງ​ການ​ພັດ​ທະ​ນາ​ແລວ​ທາງ​ເສດ​ຖະ​ກິດ​ພາກ​ຕາ​ເວັນ​ອອກ​ໄທ ແລະ​ເຈົ້າ​ໜ້າ​ທີ່​ອື່ນໆ ພ້ອມ​ດ້ວຍ​ນັກ​ທຸ​ລະ​ກິດ​ຈີນ​ຮ້ອຍກວ່າ​ຄົນ​​ເຂົ້າ​ຮ່ວມ.

ທ່ານ​ກະ​ນິດ​ແລະ​ເຈົ້າ​ໜ້າ​ທີ່​ຄະ​ນະ​ກຳ​ມະ​ການ​ສົ່ງ​ເສີມ​ການ​ລົງ​ທຶນ​ໄທ ແລະ​ຫ້ອງ​ການ​ຄຸ້ມ​ຄອງ​ນິ​ຄົມ​ອຸດ​ສາ​ຫະ​ກຳ​ໄທ​ຕ່າງ​ກໍໄດ້​ແນະ​ນຳ​ສະ​ພາບ​ທີ່​ກ່ຽວ​ຂ້ອງ​ກັບ​ແລວ​ທາງ​ເສດ​ຖະ​ກິດ​ພາກ​ຕາ​ເວັນ​ອອກ​ຂອງ​ໄທ ລວມ​ທັງ​ສະ​ພາບ​ແວດ​ລ້ອມ​ການ​ລົງ​ທຶນ, ພື້ນ​ຖານ​ໂຄງ​ລ່າງ, ​ໂຄງ​ການພັດ​ທະ​ນາ​ທີ່ສຳ​ຄັນ, ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ​ດ້ານ​ພາ​ສີ, ນະ​ໂຍ​ບາຍ​ທີ່​ດິນ, ວີ​ຊາ​ເຮັດ​ວຽກ ແລະ​ອື່ນໆ ເພື່ອ​ຊັກ​ຊວນ​ນັກ​ທຸ​ລະ​ກິດ​ຈີນ​ໄປ​ລົງ​ທຶນ​ແລະ​​ຮ່ວມ​ມື​ຢູ່​ໄທ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ