ປະ​ທານ​ປະ​ເທດ​ຈີນ​ເນັ້ນ​​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ວຽກ​ງານ​ປ້ອງ​ກັນ​ປະ​ເທດ​ແລະ​ກອງ​ທັບ
2017-07-26 17:02:53  cri 
    ຕອນ​ບ່າຍ​ວັນ​ທີ 24 ກໍ​ລະ​ກົດ​ນີ້, ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ໄດ້​ຈັດຕັ້ງ​ການ​ຮ່ຳ​ຮຽນ​​ເອ​ກະ​ສານ​ຄັ້ງ​ທີ 42 ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ອົງ​ປະ​ກອບ​ຂະ​ໜາດ​ແລະ​ກຳ​ລັງ​ຂອງກອງ​ທັບ ແລະ​ສ້າງ​ລະ​ບົບ​ກຳ​ລັງ​ທະ​ຫານ​ທັນ​ສະ​ໄໝ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ຄືນ​ໃໝ່ ໂດຍ​ທ່ານ​ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ​ເປັນ​ປະ​ທານ​ ແລະ​ໃນ​ໂອ​ກາດ​ດັ່ງ​ກ່າວ, ທ່ານ​ໄດ້​ເນັ້ນ​ວ່າ, ການ​ລົງ​ເລິກ​ການ​ປະ​ຕິ​ຮູບ​ວຽກ​ງານ​ປ້ອງ​ກັນ​ປະ​ເທດ​ແລະ​ກອງ​ທັບ ແມ່ນບັ້ນ​ຮົບ​ເພື່ອ​ແກ້​ໄຂຄວາມ​ຫຍຸ້ງ​ຍາກ ເຊິ່ງກອງ​ທັບ​ຕ້ອງ​ພະ​ຍາ​ຍາມ​​ຢ່າງສຸດ​ຂີດ, ທົ່ວ​ພັກ​ທົ່ວ​ລັດ​ແລະ​ທົ່ວ​ປວງ​ຊົນ​ຕ້ອງ​ສະ​ໜັບ​ສະ​ໜູນ​ຢ່າງ​ແຂງ​ແຮງ, ຍຶດ​ໝັ້ນ​ກອງ​ທັບ​ແລະ​ທ້ອງ​ຖິ່ນ​ເປັນຈິດ​ໜຶ່ງ​ໃຈ​ດຽວ​ກັນ, ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ເຮັດຫຼ້ອນ​ໜ້າ​ທີ່​ປະ​ຕິ​ຮູບ​ກອງ​ທັບ​ແລະ​ທ້ອງ​ຖິ່ນ, ສະ​ໜັບ​ສະ​ໜູນ​ການ​ປະ​ຕິ​ຮູບ​ວຽກ​ງານ​ປ້ອງ​ກັນ​ປະ​ເທດ​ແລະ​ກອງ​ທັບ​ດ້ວຍ​ການ​ກະ​ທຳ​ຕົວ​ຈິງ ແລະ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ດ້ານ​ການ​ເມືອງ​ບົນ​ພື້ນ​ຖານ​ຄວາມ​ສາ​ມັກ​ຄີ​ລະ​ຫວ່າງກອງ​ທັບ, ການ​ເມືອງ ແລະ​ປະ​ຊາ​ຊົນ​ນັ້ນ ໃຫ້​ກາຍ​ເປັນ​ກຳ​ລັງ​ອັນ​ແຂງ​ແຮງ​ເພື່ອ​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ແລະ​ສ້າງກອງ​ທັບ​ໃຫ້​ເຂັ້ມ​ແຂງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ