ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ
2017-07-26 17:10:24  cri 

 

    ທ່ານ ໂຣດ​ຣີ​ໂກ ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ ວາງຢີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຢູ່​ນະ​ຄອນຫຼວງ​ມາ​ນີ​ລາ​ໃນ​ວັນ​ທີ 25 ກໍ​ລະ​ກົດ​ນີ້.

    ໂອ​ກາດ​ດັ່ງ​ກ່າວ, ທ່ານ ດູ​ເຕີ​ເຕ ​ໄດ້ຄວາມຢື້​ຢາມ​ຖາມ​ຂ່າວ​ດ້ວຍ​ຄວາມ​ຈິງ​ໃຈ​​ເຖິງ​ທ່ານ​ປະ​ທານ​ ສີ​ຈິ້ນ​ຜິງ ໂດຍ​ຜ່ານ​ທ່ານ ວາງຢີ້ ແລະ​ກ່າວ​ວ່າ, ຟິ​ລິບ​ປິນ​ໃຫ້​ຄວາມ​ສຳ​ຄັນ​ສູງ​ຕໍ່​ຖາ​ນະ​ແລະ​ອິດ​ທິ​ພົນ​ຂອງ​ຈີນ​ໃນ​ສາ​ກົນ, ສຸມ​ໃສ່​ສ້າງ​ການ​ພົວ​ພັນ​ສອງ​ຝ່າຍ​ທີ່​ແໜ້ນ​ແຟ້ນ​ແລະ​ເຂັ້ມ​ແຂງກວ່າ​ເກົ່າ​. ຂະ​ນະ​ດຽວ​ກັນ, ຟິ​ລິບ​ປິນໄດ້​ຕີ​ລາ​ຄາ​ສູງ​ຕໍ່​ຈີນ​ທີ່​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ດີ​ໃນ​ການ​ຊ່ວຍ​ເຫຼືອ​ການ​ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຕົນ ໂດຍ​ສະ​ເພາະ​ຂອບ​ໃຈ​ຈີນ​ທີ່​ສະ​ໜັບ​ສະ​ໜູນ​ແລະ​ຊ່ວຍ​ເຫຼືອ​ການ​ຕໍ່​ສູ້​ຕ້ານ​ລັດ​ທິກໍ່​ການ​ຮ້າຍ​ຢູ່​ຟິ​ລິບ​ປິນ​ຢ່າງ​ແຂງ​ແຮງ. ແນວ​ໃດ​ກໍ​ດີ, ຟິ​ລິບ​ປິນ​ຮູ້​ສຶກ​ພໍ​ໃຈ​ຕໍ່​ຄວາມ​ຄືບ​ໜ້າ​ຂອງ​ສາຍ​ພົວ​ພັນ​ສອງ​ປະ​ເທດ ທັງຍິນ​ດີ​ຮ່ວມ​ກັບ​ຈີນ ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ, ສືບ​ຕໍ່​ສ້າງ​ຄວາມ​ສຸກ​ໃຫ້​ປະ​ຊາ​ຊົນ​ສອງ​ປະ​ເທດ ແລະ​ຮ່ວມ​ກັນ​ຊຸກ​ຍູ້​ຂະ​ບວນ​ການ​ຮ່ວມ​ມື​ອາ​ຊີ​ຕາ​ເວັນ​ອອກ.

    ທ່ານ ວາງຢີ້ ​ກໍໄດ້​​ນຳ​ເອົາ​ຄວາມຢື້​ຢາມ​ຖາມ​ຂ່າວ​ຂອງ​ທ່ານ​ປະ​ທານ​ ສີ​ຈິ້ນ​ຜິງ ເຖິງ​ທ່ານ ດູ​ເຕີ​ເຕ ທັງຊົມ​ເຊີຍ​ຟິ​ລິບ​ປິນ​ທີ່​ໄດ້​​ປະ​ສົບ​ຜົນສຳ​ເລັດ​ໃນ​ການ​ພັດ​ທະ​ນາ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ທ່ານ ດູ​ເຕີ​ເຕ​ ໃນ​ໜຶ່ງ​ປີ​ຜ່ານ​ມາ ແລະ​ຢ້ຳ​ວ່າ, ຈີນ​ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ຟິ​ລິບ​ປິນ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ທີ່​ເປັນ​ເອ​ກະ​ລາດ​ເປັນ​ເຈົ້າ​ຕົນ​ເອງ ແລະ​ເດີນ​ຕາມ​ເສັ້ນ​ທາງ​ການ​ພັດ​ທະ​ນາ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຂອງ​ປະ​ເທດ​ຕົນ.

    ທ່ານ ວາງຢີ້ ກ່າວ​ຕື່ມ​ວ່າ, ພາຍ​ໃຕ້​ການ​ຕັດ​ສິນ​ໃຈ​ແລະ​ການ​ຊຸກ​ຍູ້​ຂອງ​ປະ​ມຸກ​ລັດ​ສອງ​ປະ​ເທດ, ສາຍ​ພົວ​ພັນ​ສອງ​ຝ່າຍ​ໄດ້​ບັນ​ລຸ​​ຄວາມ​ເປັນ​ມິດ​ຕະ​ພາບ​ຢ່າງ​ຮອບ​ດ້ານ ແລະ​ພວມ​ກ້າວ​ໄປ​ສູ່​ອະ​ນາ​ຄົດ​ທີ່​ສົດ​ໃສ​ກວ່າ​ເກົ່າ. ​ຄວາມ​ຈິງແລ້ວ​ບໍ່​ວ່າ​ຢູ່​ກ່ອນ​ຫຼືຫຼັງ​ສາຍ​ພົວ​ພັນ​ສອງ​ປະ​ເທດ​ໄດ້​ຮັບ​ການ​ປັບ​ປຸງ​ດີ​ຂຶ້ນນັ້ນ ​ລ້ວນ​ແຕ່ພິ​ສູດ​ໃຫ້​ເຫັນ​ວ່າ, ຫຼັກ​ການ​ກ່ຽວ​ກັບ​ການ​ເປັນ​ປະ​ເທດ​ໃກ້​ຄຽງ​ນັ້ນ, ການ​ປຶກ​ສາ​ຫາ​ລື​ກັນ​​ຍ່ອມດີກວ່າ​ການ​ເປັນ​ປໍ​ລະ​ປັກ​ກັນ, ການ​ຮ່ວມ​ມື​ກັນ​ ​ດີກວ່າ​ຄວາມ​ຂັດ​ແຍ້ງ​ກັນ ແລະ​ທີ່​ສຳ​ຄັນ, ປະ​ຫວັດ​ສາດ​ຈະ​ຢັ້ງ​ຢືນ​ວ່າ, ການ​ປັບ​ປຸງ​ສາຍ​ພົວ​ພັນລະ​ຫວ່າງ​ສອງ​ປະ​ເທດນັ້ນ ແມ່ນ​ທາງ​ເລືອກ​ທີ່​ຖືກ​ຕ້ອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ