ພະ​ຍາດ​ໄຂ້​ຫວັດ​ສັດ​ປີກສາຍ​ພັນ H5N1 ລະ​ບາດ​ຢູ່​ພາກ​ໃຕ້​ມຽນ​ມາ
2017-07-27 11:53:28  cri 
ຕອນ​ຄ່ຳ​ວັນ​ທີ 25 ກໍ​ລະ​ກົດ​ນີ້ ລັດ​ຖະ​ບານ​ມຽນ​ມາ​​ຢືນ​ຢັນວ່າ, ​ຢູ່ເຂດ​ຕາ​ວອຍ ແຂວງ​ຕາ​ນິນ​ທ​ອາ​ຣີ ທາງ​ພາກ​ໃຕ້​ຂອງ​ປະ​ເທດ​ຕົນ​ໄດ້​ເກີດ​​ພະ​ຍາດໄຂ້​ຫວັດ​ສັດ​ປີກ ​ສາຍ​ພັນ H5N1.

ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ແລະ​ການ​ກິ​ລາ​ຂອງ​ມຽນ​ມາ​ໄດ້​ອອກ​ແຈ້ງ​ການໃນ​ວັນ​ທີ 25 ກໍ​ລະ​ກົດ​ນີ້ວ່າ ຟາມ​ລ້ຽງ​ສັດ​ປີກ​ຫຼາຍ​ແຫ່ງ​ຢູ່​ເຂດ​ຕາວອຍ​ໄດ້ກວດ​ພົບພະ​ຍາດໄຂ້​ຫວັດ​ສັດ​ປີກ​​ສາຍ​ພັນ H5N1. ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ພະ​ຍາດ​ແຜ່​ລະ​ບາດ​​ເປັນ​ບໍ​ລິ​ເວນກວ້າງ, ​ທາງ​ການ​ໄດ້​ຈັ ຂ້າ​ສັດ​ປີກແລ້ວ1800 ໂຕ. ອົງ​ການ​ປົກ​ຄອງ​ເຂດ​ຕາ​ວອຍ​ໄດ້​ປະ​ກາດ​ຫ້າມບໍ່​ໃຫ້​ຂາຍ​ໄກ່ ແລະ​ໄຂ່​ໄກ່​ຢູ່​​ຕະ​ຫຼາດ. ທັງ​ນີ້ ຕົວ​ຢ່າງ​ຂອງ​ສັດ​ປີກ​ທີ່​ຕາຍ​ຢູ່​ຟາມ​ລ້ຽງ​ຈຳ​ນວນ​ໜຶ່ງໄດ້​ສົ່ງ​ໄປ​ກວດຢູ່​ຫ້ອງ​ທົດ​ລອງໃນນະ​ຄອນ​ຢ້າງ​ກຸງ ​ແລະ​ກໍ​ໄດ້​ຮັບ​ການ​ຢືນ​ຢັນວ່າ​​ຕິດ​ເຊື້ອ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກສາຍ​ພັນ H5N1.

​ມາ​ຮອດ​ປັດ​ຈຸ​ບັນ ​ຍັງ​ບໍ່​ມີ​ການ​ລາຍ​ງານກໍ​ລະ​ນີ​ພະ​ຍາດໄຂ້​ຫວັດ​ສັດ​ປີກ​ຕິດ​ຕໍ່​ຄົນ​ແຕ່​ປະ​ການ​ໃດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ