ເຂດກວາງ​ຊີ​ຂອງ​ຈີນ​ຊຸກ​ຍູ້​ກາ​ນ​ສ້າງ​ມະ​ຫາ​ວິ​ທະ​ຍາ​ໄລ​ປະ​ສົມ​ຈີນ-ອາ​ຊຽນ
2017-07-27 11:54:34  cri 
ວັນ​ທີ 25 ກໍ​ລະ​ກົດ​ນີ້ ທ່ານ​ຫວງ​ເຫວີຍ​ຈິ່ງ ຮອງ​ປະ​ທານ​ອົງ​ການ​ປົກ​ຄອງ​ເຂດປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ​ ສ​ປ ຈີນ​ກ່າວ​ວ່າ, ເຂດກວາງ​ຊີ​ຈະ​ເປີດ​ກວ້າງ​ຂະ​ໜາດ​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ກັບ​ຕ່າງ​ປະ​ເທດ ​ໂດຍເລັ່ງ​ລັດ​ຊຸກ​ຍູ້​ການ​ສ້າງ​ມະ​ຫາ​ວິ​ທະ​ຍາ​ໄລ​ປະ​ສົມ​ຈີນ-ອາ​ຊຽນ ເພື່ອຍົກ​ຄຸນ​ນະ​ພາບ​ການ​ຮ່ວມ​ມື​ກັນ​ໃຫ້​ສູງ​ຂຶ້ນ​ຕື່ມ ແລະ​ສູ້​ຊົນຮອດ​ປີ 2020, ​ສະ​ຖາ​ບັນ​ການ​ສຶກ​ສາ​ຊັ້ນ​ສູງ​ແຕ່​ລະ​ແຫ່ງ​ຕ້ອງ​ມີ​ໂຄງ​ການ ​ລະ​ດັບ​ປະ​ລິ​ຍາ​ຕີທີ່​ຮ່ວມ​ມື​ກັບ​ຕ່າງ​ປະ​ເທດ​ຢ່າງ​ໜ້ອຍ 1 ໂຄງ​ການ.

ທ່ານ​ຫວງ​ເຫວີຍ​ຈິ່ງ​​ສະ​ເໜີ​ແຜນ​ດັ່ງ​ກ່າວ​ໃນ​ກອງ​ປະ​ຊຸມ​ເປີດ​ປະ​ຕູ​ສູ່​ພາຍນອກ​ທາງ​ດ້ານການ​ສຶກ​ສາ​ຂອງ​ເຂດກວາງ​ຊີ ທີ່​ຈັດ​ຂຶ້ນ​ຢູ່ ເມືອງ​ໜານ​ນິງ ເທດ​ສະ​ບານ​ເຂດກວາງ​ຊີ​ໃນ​ວັນ​ທີ 25 ກໍ​ລະ​ກົດ​ນີ້  ຂະ​ນະ​ດຽວ​ກັນ, ທ່ານ​ກໍ​ໄດ້​ກ່າວ​ຕື່ມວ່າ ຫຼາຍ​ປີ​ມໍ່​ໆ​ມານີ້ ການ​ສົ່ງ​ນັກ​ສຶກ​ສາ​ໄປ​ສຶກ​ສາ​ຢູ່​ຕ່າງ​ປະ​ເທດ ແລະ​ຮັບນັກ​ສຶກ​ສາ​ຕ່າງ​ປະ​ເທດໄດ້​ຮັບ​ການ​ສົ່ງ​ເສີ​ມ​ຕໍ່​ເນື່ອງ ​ໂດຍ​ເຫັນ​ໄດ້​ຈາກຈຳ​ນວນ​ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ທີ່ ​ຮຽນ​ຢູ່​ເຂດກວາງ​ຊີ​ນັ້ນມີ​ຫຼາຍກວ່າ 5 ໝື່ນ 2 ພັນ​ຄົນ, ໃນ​ນັ້ນ ນັກ​ສຶກ​ສາ​ຈາກ​ບັນ​ດາ​ປະ​ເ​ທດໃນ​ອາ​ຊຽນ 3 ໝື່ນ 9 ພັນ​ກວ່າ​ຄົນ ສົ່ງ​ຜົນ​ເຮັດ​ໃຫ້ກາຍ​ເປັນ​ແຂວງ​ໜຶ່ງ ​ທີ່​ຮັບ​ເອົາ​ນັກ​ສຶກ​ສາ​ບັນ​ດາ​ປະ​ເທດ​ອາ​ຊຽນ​ຫຼາຍ​ທີ່​ສຸດ​ໃນ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ