ຈີນ​ຫວັງ​ວ່າ​ທຸກ​ຝ່າຍຄວນ​ຮັກ​ສາ​ຄວາມ​ອົດ​ກັ້ນຕໍ່​ບັນ​ຫາ​ແຫຼມ​ເກົາ​ຫຼີ
2017-07-27 11:55:54  cri 
ໃນການ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 26 ກໍ​ລະ​ກົດ​ນີ້ ທ່ານ​ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ປັດ​ຈຸ​ບັນ ສະ​ຖາ​ນະ​ການ​ແຫຼມ​ເກົາ​ຫຼີ​ຜັນ​ແປ​ຢ່າງ​ສະ​ຫຼັບ​ສະ​ຊ້ອນ​ຫຼາຍ ເຊິ່ງຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ທຸກ​ຄຳ​ເວົ້າ​ແລະ​ການ​ກະ​ທຳ​ທີ່​ເຮັດ​ໃຫ້​ສະ​ຖາ​ນະ​ການ​ເຄັ່ງ​ຕຶງ​ຂຶ້ນ ແລະ​ຄວາມ​ຂັດ​ແຍ່ງ​ຮຸນ​ແຮງ​ຂຶ້ນ ແລະຫວັງ​ວ່າ​ທຸກ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຈົ່ງ​ສຸມ​ສາຍ​ຕາ​ໃສ່​ສະ​ພາບ​ລວມ​ຂອງ​ແຫຼມ​ເກົາ​ຫຼີ​ທີ່​ມີ​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ​ດ້ວຍ​ການຮັກ​ສາ​ຄວາມ​ອົດ​ກັ້ນ​ໄ​ນ້ ແລະ​ສຸມ​ທຸກ ຄວາມ​ພະ​ຍາ​ຍາມຫາ​ລື​ດ້ວຍ​ຄວາມ​ສ້າງ​ສັນ​ເພື່ອຫຼຸດ​ຜ່ອນ​ສະ​ຖາ​ນະ​ການ​ຢູ່ແຫຼມ​ເກົາ​ຫຼີ.

​ຕາມ​ສື່​ອາ​ເມ​ລິ​ກໄດ້ລາຍ​ງານ​ວ່າ, ອີກ​ບໍ່​ດົນ ສ​ປ​ປ ເກົາ​ຫຼີ​​ຈະ​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ອີກ​ເທື່ອ​ໜຶ່ງ ເຊິ່ງ​ຂ່າວນີ້ ທ່ານ​ລູ້​ຄ່າງ​ໄດ້ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ ​ວ່າ ກ່ຽວ​ກັບ​ບັນ​ຫາ ສ​ປ​ປ​ເກົາ​ຫຼີ ທົດ​ລອງ​ຍິງ​ລູກ​ສອນ​ໄຟນັ້ນ ຈີນ​ໄດ້​​ພົວ​ພັນ​ປະ​ສານ​ງານກັບ​ສະ​ມາ​ຊິກ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ອື່ນໆ ເຊັ່ນ​ອາ​ເມ​ລິ​ກາ ແລະ​ຣັດ​ເຊຍ​ແລ້ວ ເຊິ່ງຈີນ​ເຫັນ​ວ່າ ​ການ​ທີ່ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ສາ​ມັກ​ຄີ ແລະ​​ເປັນ​ເອ​ກະ​ພາບ​ກັນ​ໃນ​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີນັ້ນ ມີ​ຄວາມ​ສຳ​ຄັນ​ຫຼາຍ, ການ​ກະ​ທຳ​ໃດໆ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ຕ້ອງ​ເປັນ​ຜົນ​ດີ​ຕໍ່​ການ​ບັນ​ລຸ​ເປົ້າ​ໝາຍ​ການ​ປອດ​ນິວ​ເຄຼຍ  ​ສັນ​ຕິ​ພາບ ແລະ​ຄວາມ​ໝັ້ນ​ຄົງຢູ່​ແຫຼມ​ເກົາ​ຫຼີ. ຈີນ​ພ້ອມ​ສຸມ​ທຸກທຳ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັບ​ທຸກ​ຝ່າຍໃຫ້​ນຳ​ເອົາ​ບັນ​ຫາ​ແຫຼມ​ເກົາ​ຫຼີ​ກັບ​ຄືນ​ສູ່​ວິ​ຖີ​ທາງ​ທີ່​ຖືກ​ຕ້ອງ​ຄື ແກ້​ໄຂ​ດ້ວຍ​ການເຈ​ລະ​ຈາ​ໂດຍ​ສັນ​ຕິ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ