ລັດຖະມົນຕີ​ຕ່າງປະ​ເທດ​ຈີນ​ລົມໂທລະສັບ​ກັບ​ຄູ່​ຕຳ​ແໜ່​ງອິນ​ໂດ​ເນ​ເຊຍ
2017-07-27 11:26:36  cri 

ວັນ​ທີ 26 ກໍລະກົດ​ນີ້, ​ທ່ານ​ຫວາງ​ຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ລົມໂທລະສັບ​ກັບ​ທ່ານ​ເຣດ​ໂນ ມາ​ຊູ​ດີ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍ ​ໂດຍສອງ​ຝ່າຍ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ​ແລະ ສະຖານະ​ການ​ປາ​ແລັສຕິນ-ອິສຣາ​ແອນ.

ທ່ານ​ຫວາງ​ຢີ້ ກ່າວ​ວ່າ: ປະມຸກ​ລັດ​ສອງ​ປະ​ເທດ​ໄດ້​ບັນລຸ​ຂໍ້​ຕົກລົງ​ທີ່​ສຳຄັນ​ກ່ຽວ​ກັບ​ການ​ເຊື່ອມ​ຍຸດ​ທະ​ສາດ​ພັດທະນາ​ຂອງ​ສອງ​ປະ​ເທດ ​ແລະ ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂອບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ແລະ​ຫວັງ​​ເຮັດ​ໃຫ້ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ພັດທະນາ​ກ້າວ​ຂຶ້ນສູ່​ລະດັບ​ໃໝ່. ຂະນະ​ທີ່ທ່ານ​ມາ​ຊູ​ດີ ກໍ​ໄດ້ສະ​ແດງ​ຄວາມ​ເຫັນ​ພ້ອມ​ຕໍ່​ຄຳ​ເຫັນ​ຂອງ​ທ່ານ​ຫວາງ​ຢີ້ ​ແລະ ກ່າວ​ວ່າ: ປະ​ເທດ​ຕົນຫວັງຈະ​ລົງ​ເລິກ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດກັບ​ຈີນ ​ແລະ ​ຮ່ວມ​ກັນ​ປົກ​ປັກ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.

ກ່ຽວ​ກັບ​ສະຖານະ​ການ​ປາ​ແລັສຕິນ-ອິສຣາ​ແອນ, ທ່ານ​ມາ​ຊູ​ດີ ກ່າວ​ວ່າ: ສະຖານະ​ການ​ປາ​ແລັສຕິນ-​ອິສຣາ​ແອນ​ໃນ​ປັດຈຸບັນ​ເຮັດ​ໃຫ້​ທົ່ວ​ໂລກ​ເປັນ​ຫ່ວງ, ຂະນະ​ທີ່​ປະຊາ​ຄົມ​ໂລກກໍ​ຫວັງ​ວ່າ​ຈີນ​ໃນ​ຖານະ​ເປັນ​ປະ​ເທດ​ປະທານ​ໝູນວຽນຂອງ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ​ປະຈຳເດືອນ​ນີ້​ ຈະ​ເສີມ​ຂະຫຍາຍ​ບົດບາດ​ໃຫ້ຫຼາຍກວ່າ​ເກົ່າ​ເພື່ອ​ເຮັດ​ໃຫ້​ສະຖານະ​ການ​ໃນ​ປັດຈຸບັນຫຼຸດ​ຜ່ອນ​ລົງ​ໂດຍ​ໄວ.

ທ່ານ​ຫວາງ​ຢີ້ ຊີ້​ວ່າ: ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ ​ໄດ້​ພົບ​ປະ​ກັບ​ທ່ານ​ອັບ​ບັສ ປະທານາທິບໍດີ​ປາ​ແລັສຕິນ ​ແລະ​ໄດ້​​ສະ​ເໜີ 4 ຂໍ້​ກ່ຽວ​ກັບ​ບັນຫາ​ປາ​ແລັສຕິນ ​ໂດຍ​ໄດ້​ເນັ້ນວ່າ​ຄວນ​ຍຶດໝັ້ນທັດສະນະ​ຄວາມ​ໝັ້ນຄົງ​ຮ່ວມ, ສັງ​ລວມ, ຮ່ວມ​ມື ​ແລະ ​ແບບ​ຍືນ​ຍົງ. ​ແນວ​ໃດ​ກໍ​ດີ, ປາ​ແລັສຕິນ ​ແລະ ອິສຣາ​ແອນ ຄວນ​ພະຍາຍາມເດີນ​ຕາມ​ເສັ້ນທາງ​ແຫ່ງ​ຄວາມ​ໝັ້ນຄົງທີ່​ກໍ່ສ້າງ​​ແລະຊົມ​ໃຊ້​ຮ່ວມ​ກັນ. ​ຂະນະ​ທີ່​ຈີນໃນ​ຖານະ​ເປັນ​ເພື່ອນ​ມິດ​ຂອງ​ຕາ​ເວັນ​ອອກ​ກາງ​ແລະ​ປະ​ເທດ​ມຸສລິ​ມ ກໍ​ຍິນ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ອັນຕັ້ງໜ້າ​ເພື່ອ​ແກ້​ໄຂ​ການ​ປະ​ທະ​ກັນ​ໃນ​ປັດຈຸບັນ​ຢ່າງ​ເໝາະ​ສົມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ