ຊາວ​ເມືອງ​ປັກ​ກິ່ງມີອາຍຸ​ຍືນ​ສະ​ເລ່ຍ​ເພີ່ມ​ຂຶ້ນ​ເປັນ 82,03 ປີ
2017-07-27 15:44:01  cri 

ຫ້ອງການ​ຖະ​ແຫຼງຂ່າວ​ອຳນາດ​ການ​ປົກຄອງ​ນະຄອນຫຼວງປັກ​ກິ່ງ ​ແລະ ຄະນະ​ກຳມະການ​ສາທາລະນະ​ສຸກ​ແລະ​ການວາງ​ແຜນ​ຄອບຄົວ​ນະຄອນຫຼວງປັກ​ກິ່ງ ​ໄດ້​ຮ່ວມ​ກັນ​ເຜີຍ​ແຜ່ "ບົດ​ລາຍ​ງານ​ສະພາບສາທາລະນະ​ສຸກ​ແລະສຸຂະພາບຂອງຊາວ​ເມືອງ​ປັກ​ກິ່ງ​ປີ 2016" ​ໂດຍ​ລະບຸ​ວ່າ: ປີຜ່ານ​ມາ, ອາຍຸ​ຍືນ​ສະ​ເລ່ຍຂອງ​ຊາວ​ເມືອງ​ປັກ​ກິ່ງ​ໄດ້​ເພີ່ມ​ຂຶ້ນ​ເປັນ 82,03 ປີ ​ໂດຍ​ເພີ່ມ​ຂຶ້ນສະ​ເລ່ຍ 0,08 ປີ​ເມື່ອ​ທຽບ​ໃສ່​ປີ 2015 ​ແລະຫຼາຍກວ່າ 82 ປີ​ເປັນຄັ້ງທຳ​ອິດ. ​ໃນ​ນີ້ຜູ້​ຊາຍ​ມີ​ອາຍຸ​ຍືນ​ສະ​ເລ່ຍ 79,83 ປີ ​ແລະ ຜູ້ຍິງ 84,31 ປີ ​ເຊິ່ງສູງ​ກວ່າ​ອາຍຸ​ຍືນ​ສະ​ເລ່ຍຂອງຜູ້​ຊາຍ 4,48 ປີ.

ຂ່າວ​ລາຍ​ງານ​ຕື່ມ​ວ່າ: ປັດຈຸບັນ, ອາຍຸ​ຍືນ​ສະ​ເລ່ຍຂອງ​ຊາວ​ເມືອງ​ປັກ​ກິ່ງ​ໄດ້​ສູງ​ກວ່າ 80,8 ປີ​ຈາກລະດັບ​ສະ​ເລ່ຍຂອງ​ປະ​ເທດ​ແລະ​ເຂດ​ແຄວ້ນ​ທີ່​ມີ​ລາຍ​ຮັບ​ສູງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ