ອີຣານຈະຕອບ​ໂຕ້​ການ​ຂວ້ຳບາດ​ຄັ້ງ​ໃໝ່​ຂອງ​ອາ​ເມ​ລິ​ກາ
2017-07-27 15:45:59  cri 

ທ່ານຣູຮາ​ນີ ປະທານາ​ທິບໍດີ​ອີຣານ ກ່າວ​ໃນ​ວັນ​ທີ 26 ກໍລະກົດ​ນີ້​ວ່າ: ຖ້າ​ອາ​ເມ​ລິ​ກາ​ຂວ້ຳ​ບາດ​ອີຣານອີກ​ຄັ້ງ​ໃໝ່ ກໍ​ຈະ​ໃຊ້​ມາດ​ຕະການ​ຕອບ​ໂຕ້​ແນ່ນອນ​.

ຂ່າວສານ​ຟາ​ສ ປະ​ເທດ​ອີຣານ ​ລາຍ​ງານ​​ໂ​ດຍ​ອ້າງ​ຕາມຄຳ​​ເວົ້າຂອງ​ທ່ານຣູຮາ​ນີ​ທີ່ກ່າວໃນ​ກອງ​ປະຊຸມ​ລັດຖະບານ​ໃນ​ວັນ​ດັ່ງກ່າວ​ວ່າ: ​ເພື່ອ​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ, ອີຣານຈະ​ໃຊ້​ທຸກມາດ​ຕະການ​ທີ່​ຈຳ​ເປັນ​ເພື່ອ​ຮັບ​ມື​ກັບ​ການ​ຂວ້ຳ​ບາດ​ຂອງ​ອາ​ເມ​ລິ​ກາ.

ທັງ​ນີ້, ​ໃນ​ວັນ​ທີ 25 ກໍລະກົດ​ນີ້, ສະພາ​ຕ່ຳ​​ອາ​ເມ​ລິ​ກາ​ໄດ້​ຮັບຮອງ​ເອົາ​ມະຕິ​ຂວ້ຳ​ບາດ​ອີຣານ, ຣັດ​ເຊຍ ​ແລະ ສປປ ​ເກົາຫຼີດ້ວຍ 419 ສຽງ​ເຫັນ​ດີ ​ແລະ 3 ສຽງຄັດຄ້ານ ​ໂດຍ​ອີງ​ຕາມ​ມະຕິ​ດັ່ງກ່າວ, ອາ​ເມ​ລິ​ກາ​ຈະຂວ້ຳ​ບາດ​ອີຣານ ​ແລະ ສປປ ​ເກົາຫຼີ ​ໂດຍ​ເອົາ​ໂຄງການ​ພັດທະນາ​ລູກ​ສອນ​ໄຟ​ນຳ​ວິຖີ​ເປັນ​ຂໍ້​ອ້າງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ