ສະມາຊິກ​ອົງການ​ການ​ຄ້າ​ໂລກ​ຮຽກຮ້ອງ​​ໃຫ້ປົກ​ປ້ອງ​ໂຄງ​ປະກອບ​ການ​ຄ້າຫຼາຍຝ່າຍ
2017-07-27 15:53:11  cri 

ວັນ​ທີ 26 ກໍລະກົດ​ນີ້, 47 ສະມາຊິກ​ອົງການ​ການ​ຄ້າ​​ໂລກ ​ເປັນຕົ້ນ ຣັດ​ເຊຍ, ກາ​ນາ​ດາ, ອົສຕຣາລີ ​ແລະ ​ແມັກ​ຊິກ ​ໄດ້ຮ່ວມ​ກັນ​ຮຽກຮ້ອງ​ເຖິງ​ທຸກໆ​ສະມາຊິກ​ຂອງ​ອົງການ​ດັ່ງກ່າວ​ຈົ່ງ​ພະຍາຍາມ​ຮ່ວມ​ກັນ ​ເພື່ອ​ຮັບປະກັນ​ໃຫ້​ໂຄງ​ປະກອບ​ການ​ຄ້າຫຼາຍຝ່າຍ ​ເຊິ່ງ​ມີ​ອົງການ​ການ​ຄ້າ​ໂລກ​ເປັນ​ຕົວ​ແທນນັ້ນ​ສາມາດ​ເຄື່ອນ​ໄຫວ​​ຢ່າງ​ມີ​ປະສິດທິພາບ.

​ໃນ​ຖະ​ແຫຼງການ​ຮ່ວມ​ທີ່​ປະກາດ​ໃນ​ວັນ​ດັ່ງກ່າວ, 47 ສະມາຊິກ​ອົງການ​ການ​ຄ້າ​ໂລກ ລວມທັງ​ກຸ່ມ​ເສດຖະກິດ​ທີ່​ພັດທະນາ​ແລ້ວ ​ແລະ ກຸ່ມ​ເສດຖະກິດ​ພວມ​ພັດທະນາ ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຕໍ່​ສິ່ງ​ທ້າ​ທາຍ​ຕ່າງໆ ທີ່​ອົງການ​ດັ່ງກ່າວ​ພວມ​ປະ​ເຊີນ​ໃນ​ປັດຈຸບັນ ​ໂດຍ​ລະບຸ​ວ່າ: ​ໃນຫຼາຍ​ເດືອນ​ຜ່ານ​ມາ, ​ໂດຍ​ປິ່ນ​ອ້ອມ​ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ຂອງ​ອົງການ​ການ​ຄ້າ​ໂລກ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ທັນວາ​ປີ​ນີ້ ​ເຖິງ​ວ່າ​ບັນດາ​ສະມາຊິກ ​ໄດ້​ຍື່ນ​ບົດ​ປະກອບ​ຄຳ​ເຫັນ​ແລະ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ຫົວ​ຂໍ້​ເຈລະຈາ​ໄລຍະ​ຍາວ​ທີ່​ອາດ​ຈະ​ມີ​ຂຶ້ນ​ເປັນຕົ້ນກໍ​ຕາມ, ​ແຕ່​ຈົນ​ມາຮອດ​ປັດຈຸບັນ ພັດ​ຍັງ​ຂາດ​ເຈດ​ຕະນາ​ລົມ​ໃນການ​ສະ​ແຫວ​ງຫາ​ຄວາມ​ຜ່ອນຜັນ​​ເພື່ອ​ບັນລຸ​ການ​ເປັນ​ເອກະ​ພາບ​ກັນ.

ບັນດາສະມາຊິກທີ່​ລົງ​ນາມ​ໃນ​ຖະ​ແຫຼງການ​ດັ່ງກ່າວ ລ້ວນ​ແຕ່ສະໜັບສະໜູນ​ໂຄງ​ປະກອບ​ການ​ຄ້າຫຼາຍຝ່າຍ​ຢ່າງ​ແຂງ​ແຮງ ທັງ​ຮຽກຮ້ອງ​ທຸກໆສະມາຊິກ​​ຈົ່ງ​ຮັບປະກັນ​ຄວາມ​ສົມບູນ​ຄົບ​ຖ້ວນ ​ແລະ ການ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິພາບ​ຂອງໂຄງ​ປະກອບ​ການ​ຄ້າຫຼາຍຝ່າຍ ​ເຊິ່ງມີ​ອົງການ​ການ​ຄ້າ​ໂລກ​ເປັນ​ຕົວ​ແທນ.

ນອກ​ນີ້, ບັນດາ​ສະມາຊິກ​ດັ່ງກ່າວ​ຍັງ​ເນັ້ນວ່າ: ​ໃນ​ຕໍ່ໜ້າ, ອົງການ​ການ​ຄ້າ​ໂລກ​ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ທີ່​ສຳຄັນ​ເພື່ອ​ບັນລຸ​ການ​ພັດທະນາ​ແບບ​ຍືນ​ຍົງ​ທີ່​ມີ​ການ​ກວມ​ລວມຫຼາຍກວ່າ ​ລວມທັງ​ໃຫ້​ປະ​ເທດ​ດ້ອຍ​ພັດທະນາ​ເຂົ້າຮ່ວມ​ການ​ຄ້າ​ສາກົນຫຼາຍຍິ່ງ​ຂຶ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ