ຈີນ​ຈະ​ຊ່ວຍ​ເຫຼືອ​ອີ​ຣັກ​ດ້ານ​ມະ​ນຸດ​ສະ​ທຳ
2017-07-27 10:31:20  cri 
ວັນ​ທີ 26 ກໍ​ລະ​ກົດ​ນີ້ ຢູ່​ນະ​ຄອນ​ຫຼວງ​ແບັກ​ແດັດ​ປະ​ເທດ​ອີ​ຣັກ, ທ່ານ ເຊີນ​ເຫວີຍ​ຊີ້ງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອີ​ຣັກ ແລະ ທ່ານ ຄາ​ຊີມ ອານ ອາ​ຣາ​ຈີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ​ປະ​ເທດ​ດັ່ງ​ກ່າວໄດ້​ຕາງ​ໜ້າ​ລັດ​ຖະ​ບານ​ຂອງ​ສອງ​ປະ​ເທດ​ລົງ​ນາມ​ໃນບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ວ່າ​ດ້ວຍ​ການ​ຮ່ວມ​ມື​ກັນ​ໂດຍ​ໃນ​ບົດ​ບັນ​ທຶກ​ດັ່ງ​ກ່າວ​ລະ​ບຸຈີນ​ຈະ​ຊ່ວຍ​ເຫຼືອ​ອີ​ຣັກ​ດ້ານ​ມະ​ນຸດ​ສະ​ທຳ.

ທ່ານ ເຊີນ​ເຫວີຍ​ຊີ້ງ ກ່າວ​ຫຼັງ​ລົງ​ນາມ​ວ່າ: ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ ​ປະ​ຊາ​ຊົນ​ອີ​ຣັກ​ໄດ້​ຮັບ​ໄຊ​ຊະ​ນະໃນ​ການ​ສູ້​ຮົບ​ຕ້ານ​ກາ​ນ​ກໍ່​ການ​ຮ້າຍ ແລະໃນ​ຖາ​ນະ​ເປັນ​ເພື່ອນ​ມິດ​ແລະ​ຄູ່​ຮ່ວມ​ມື​ຂອງ​ອີ​ຣັກ, ລັດ​ຖະ​ບານ​ຈີນ​ໄດ້​ສະ​ໜັບ​ສະ​ໜູນ​ການ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ຂອງປະ​ຊາ​ຊົນ​ອີ​ຣັກ​ຍ້ອນ​​ຜົນ​ຈາກສົງ​ຄາມ ​ໂດຍ​ຈະ​ສົ່ງ​ເສີມ​ໃຫ້​ວິ​ສາ​ຫະ​ກິດ​​ຈີນເຂົ້າມາ​ຮ່ວມ​ສ້າງ​ສາ​ອີ​ຣັກ​ຄືນ​ໃໝ່​ຫຼັງ​ສົງ​ຄາມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ