ສະ​ຖານ​ທູດ​ຈີນ​ປະ​ຈຳ​ລາວ​ຈັດ​ງານ​ລ້ຽງຮັບ​ຮອງ​ສະ​ຫຼອງວັນ​ສ້າງ​ຕັ້ງກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ຄົບ​ຮອບ 90 ປີ
2017-07-27 15:59:25  cri 


ຕາມ​ຂ່າວCRI: ວັນ​ທີ 26 ກໍ​ລະ​ກົດ​ນີ້ ຢູ່​ນະ​ຄອນ​ຫຼວງວຽງ​ຈັນ ສ​ປ​ປ ລາວ, ສະ​ຖານ​ທູດຈີນ​ປະ​ຈຳລາວ​ໄດ້​ຈັດ​ງານ​ລ້ຽງ​ຮັບ​ຮອງ​ສະ​ຫຼອງວັນ​ສ້າງ​ຕັ້ງກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ຄົບ​ຮອບ 90 ປີ ໂດຍ​ພົນ​ໂທ​ ຈັນ​ສະ​ໝອນ ​ຈັນ​ຍະ​ລາດ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລາວ, ທ່ານ ວາງ​ເວີນ​ທ່ຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ລາວ ​ເຈົ້າ​ໜ້າ​ທີ່​ສະ​ຖານ​ທູດ, ເຈົ້າ​ໜ້າ​ທີ່ພັກ-ລັດ​ກອງ​ທັບ​ລາວ, ຊາວ​ຈີນ​ຕ່າງ​ດ້າວ​ແລະ​ຊາວ​ລາວ​ເຊື້ອ​ສາຍ​ຈີນ,ຜູ້​ຕາງ​ໜ້າ​​ບໍ​ລິ​ສັດ​ຈີນ​ແລະ​ຄະ​ນະ​ທູດ​ທະ​ຫານ​ຈີນ​ປະ​ຈຳ​ລາວ​ເກືອບ 300 ກວ່າທ່ານ​ເຂົ້າ​ຮ່ວມ​.


ທ່ານ ເຊີນ​ຢົງ​ຈິ້ງ ທູດ​ທະ​ຫານ​​ສະ​ຖານ​ທູດ​ຈີນ​ປະ​ຈຳ​ລາວ​ກ່າວວ່າ: ໃນ​ຊຸມ​ປີ​ຜ່ານ​ມາ, ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ລະ​ຫວ່າງ​ສອງກອ​ງ​ທັບ​ຈີນ​ແລະ​ລາວ​ໄດ້​ຮັບ​ການ​ພັດ​ທະ​ນາ​ແລະ​ກ້າວ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ ແລະ​ໄດ້​ຮັບ​ໝາກ​ຜົນ​ຢ່າງ​ຫຼວງ​ຫຼາຍ,​ໂດຍ​ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ຕໍ່​ການເສີມຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​​ປະ​ເທດ​ແລະ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽ​ນ​ລະ​ພາບ​ຂອງ​ພາກ​ພື້ນ. ​ໃນ​ໄລ​ຍະກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ຍິນ​ດີ​ຮ່ວມ​ກັບ​ກອງ​ທັບ​ປະ​ຊາ​ຊົນລາວ​ເສີມ​ຂະ​ຫຍາຍ​ບົດ​ບາດ​​ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ກ້າວ​ເຂົ້າ​ສູ່​ລວງ​ເລິກ,ຊຸກ​ຍູ້​​ການ​ແລກ​ປ່ຽນວຽກ​ງານ​ປ້ອງ​ກັນ​​ຊາດ​ແລະການ​ຮ່ວມ​ມື​ດ້ານ​ການ​ທະ​ຫານ​ລະ​ຫວ່າງ​ຈີນ-ອາ​ຊຽນ,ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊະ​ຕາ​ກຳ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ແລະ ຮ່ວມ​ກັນປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ.


​ງານ​ລ້ຽງ​ດັ່ງ​ກ່າວ​ເຕັມ​ໄປ​ດ້ວຍ​ບັນ​ຍາ​ກາດ​ແຫ່ງ​ນ້ຳ​ໃຈ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ແລະ​ຄຶກ​ຄື້ນ​ມ່ວນ​ຊື່ນ ໂດຍ​ຄະ​ນະ​ສິ​ລະ​ປະ​ກອນກອງ​ທັບ​ປະ​ຊາ​ຊົນ​ລາວ​ໄດ້​ສະ​ແດງ​ຫຼາຍ​ລາຍ​ການ​ສ້າງ​ໄດ້​ຄວາມ​ເບີກ​ບານ​ມ່ວນ​ຊື່ນ​ໃຫ້​ແກ່​ຜູ້​ເຂົ້າ​ຮ່ວມ​ໄດ້​ເປັນ​ຢ່າງ​ດີ.

 

 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ