ອັງ​ກິດ​ຈະ​ຫ້າມ​ຂາຍ​ລົດ​​ແລ່ນ​ດ້ວຍ​ນ້ຳ​ມັນ​ກາ​ຊວນ​ແລະ​​ແອັດ​ຊັງ​​ແຕ່ປີ 2040 ເປັນ​ຕົ້ນ​ໄປ
2017-07-27 14:30:29  cri 
ວັນ​ທີ 26 ກໍ​ລະ​ກົດ​ນີ້, ລັດ​ຖະ​ບານ​ອັງ​ກິດ​ໄດ້​ປະ​ກາດ​ຢ່າງ​ເປັນ​ທາງ​ການ​ວ່າ, ຈະ​ຫ້າມ​ຂາຍ​ລົດ​ແລ່ນ​ດ້ວຍນ້ຳ​ມັນ​ກາ​ຊວນ​ແລະ​ແອັດ​ຊັງ​​ແຕ່​ປີ 2040 ເປັນ​ຕົ້ນ​ໄປ ແລະ​ໃນ​ໄລ​ຍະນັ້ນ ​ຈະ​ອະ​ນຸ​ຍາດ​ໃຫ້​​ຂາຍ​ລົດ​ໃຊ້​ພະ​ລັງ​ງານ​ທີ່​ເປັນ​ມິດ​ຕໍ່​ສິ່ງ​ແວ​ດ​ລ້ອມ ເຊັ່ນ ລົດ​ພະ​ລັງ​ງານ​ໝໍ້​ໄຟ ເປັນ​ຕົ້ນ.

ແຜນ​ການ​ແກ້​ໄຂ​ມົນ​ລະ​ພິດ​ຕາມ​ຖະ​ໜົນ​ທີ່​ເຈົ້າ​ໜ້າ​ທີ່​ກະ​ຊວງ​ສິ່ງ​ແວດ​ລ້ອມ, ອາ​ຫານ​ແລະ​ວຽກ​ງານ​ຊົນ​ນະ​ບົດ​ອັງ​ກິດ​ເປີດ​ເຜີຍ​ໃນ​ມື້​ດຽວ​ກັນ​ສະ​ແດງ​ໃຫ້​ເຫັນ​ວ່າ, ລັດ​ຖະ​ບານ​ປະ​ເທດ​ດັ່ງ​ກ່າວ​ມີ​ຄວາມ​ເດັດ​ຂາດ​ບໍ່​ໃຫ້​ລົ​ດ​ແລ່ນ​ດ້ວຍນ້ຳ​ມັນ​ກາ​ຊວນ​ແລະ​​ແອັດ​ຊັງ​ແລ່ນ​ຕາມ​ທາງ​ໃນປີ 2050 ເຊິ່ງ​ໝາຍ​ຄວາມ​ວ່າ ເລີ່ມ​​ແຕ່​ປີ 2040 ເປັນ​ຕົ້ນ​ໄປ ລັດ​ຖະ​ບານ​ຈະ​ບໍ່​ອະ​ນຸ​ຍາດ​ໃຫ້​ຂາຍ​ລົດ​ປະ​ເພດ​ດັ່ງ​ກ່າວ.

​ຂະ​ນະ​ທີ່ຕົ້ນ​ເດືອນ​ນີ້, ຝ​ຣັ່ງ​​ແລະ​ນອກ​ແວ​ກໍ​ໄດ້ປະ​ກາດ​​ຫ້າມ​​ຂາຍ​ລົດ​ປະ​ເພດ​ດັ່ງ​ກ່າວ​ເມື່ອ​ຮອດ​ປີ 2040 ແລະ​ ​ກ່ອນ​ປີ 2025 ຕາມ​ລຳ​ດັບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ