ຈີນເປີດ​ນຳ​ໃຊ້​ທາງ​ລົດ​ຖີບລອຍ​ຟ້າ​ເສັ້ນ​ທຳ​ອິດ
2017-07-27 16:10:53  cri 

​​ເມືອງ​ເຊ້ຍ​ເໝິນ​ແຂວງ​ຝູ​ຈ້ຽນ​​ໄດ້​ເປີດ​ນຳ​ໃຊ້​ທາງ​ລົດ​ຖີບ​ລອຍ​ຟ້າ​ເສັ້ນ​ທຳ​ອິດ​ຂອງ​ຈີນ​ ເຊິ່ງ​ເປັນ​ເສັ້ນ​ທາງ​ທີ່​ຍາວ​ທີ່​ສຸດ​ໃນ​ໂລກ ຄື​ຍາວ 7,6 ກິ​ໂລ​ແມັດ ແລະເປີດ​ໃຫ້​ຄົນ​ຂີ່​ລົດ​ຖີບ​ແຕ່ 6 ໂມງ 30 ນາ​ທີ ຫາ 22 ໂມງ 30 ນາ​ທີ, ​ນີ້​ແມ່ນ​ເສັ້ນ​ທາງ​ສະ​ເພາະ​​ແຕ່​ລົດ​ຖີບ​ເທົ່າ​ນັ້ນ, ຫ້າມ​ບໍ່​ໃຫ້​ລົດ​ປະ​ເພດ​ອື່ນໆແລ່ນ​ ລວມ​ທັງ​ບໍ່​ໃຫ້ຄົນ​ຍ່າງ​ອີກ ແລະ​ຈາກ​ນີ້​ຈິ່ງ​ສາ​ມາດ​ຂີ່​ລົດ​ຖີບ​ໄດ້​ໃນຄວາມ​ໄວ 25 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ.


1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ