ເປີດບໍ​ລິ​ການ​ການ​ແພດຂະບວນລົດໄຟສັນຕິພາບ 2017
2017-07-27 16:54:09  cri 

ຕອນເຊົ້າວັນທີ 27 ກໍລະກົດນີ້ ທີ່ໂຮງໝໍ 103 ນະຄອນຫຼວງວຽງຈັນ ໄດ້ເປີດບໍລິການການແພດ ຕາມ​ຄຳ​ຂວັນ "ຂະບວນລົດໄຟສັນຕິພາບ" 2017 ລາວ-ຈີນ ຂຶ້ນ ໂດຍທ່ານ ພົນ​ຈັດ​ຕະ​ວາ ບຸນສູງ ຢາທໍ່ຕູ້ ຮອງຫົວໜ້າກົມໃຫຍ່ພະລາທິການ ກອງທັບປະຊາຊົນລາວ, ທ່ານ ພັນເອກ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມພົວພັນຕ່າງປະເທດ ພ້ອມດ້ວຍຜູ້​ແທນຝ່າຍລາວ ແລະ ຈີນເຂົ້າຮ່ວມຢ່າງຫຼວງຫຼາຍ.

ທ່ານ ພັນເອກ ບົວສິງ ອິນທະວົງ ຫົວໜ້າກົມເສນາຮັກ ກະຊວງປ້ອງກັນປະເທດ ໄດ້ສະແດງຄວາມ ຂອບໃຈຄະນະເສນາຮັກຈີນທີ່ມາເຮັດວຽກຢູ່ລາວ ເຊິ່ງ​ເປັນ​ການສະແດງໃຫ້ເຫັນເຖິງ​ນ້ຳ​ໃຈ​ຊ່ວຍ​ເຫຼືອ​ຢ່າງ​ເອື້ອ​ເຟື້ອ​ເຜື່ອ​ແຜ່ ແລະ​ມິດ​ຕະ​ພາບ​ທີ່ຈິງໃຈຂອງຈີນຕໍ່ລາວ. ຈາກ​ນີ້, ພວກຂ້າພະເຈົ້າຈະເຮັດສຸດຄວາມສາມາດ ແລະ ຈະອຳນວຍຄວາມສະດວກທຸກປະການໃຫ້ຄະນະແພດໝໍຈີນໄດ້ເຮັດໜ້າທີ່ອັນມີກຽດຂອງຕົນໃຫ້ສຳເລັດໄປດ້ວຍດີ. ໂຄງ​ການບໍລິການທາງການແພດຄັ້ງນີ້ ເປັນສັນຍະລັກແຫ່ງການຮ່ວມມືສອງກອງທັບລາວ-ຈີນ. ໂດຍສະເພາະແມ່ນການຮ່ວມມືໃນວຽກງານເສນາຮັກຂອງສອງຝ່າຍ ທັງເປັນການຮ່ວມມື ເພື່ອຮັບປະກັນສຸຂະພາບໃຫ້ການນຳຂັ້ນສູງ ພະນັກງານນັກຮົບທົ່ວກອງທັບປະຊາຊົນລາວ.

ທ່ານ ພັນເອກພິເສດ ເສີ້ນ ຢົງຈີ້ງ ທູດທະຫານ ສປ ຈີນ ປະຈຳ ສປປລາວ ກ່າວວ່າ: ເພື່ອປະກອບສ່ວນ​ທີ່ສຳຄັນໃຫ້ແກ່ການ "ກໍ່ສ້າງປະຊາຄົມ​ຮ່ວມຊະຕາກຳຂອງ​ມວນມະນຸດ" ແລະເພື່ອ ປົກປັກຮັກສາ ແລະ ຊຸກຍູ້ໃຫ້ຂົງເຂດນີ້ມີສັນຕິພາບ, ມິດຕະພາບ ແລະ ການຮ່ວມມືກັນ ​ສຳ​ລັບ​ໂຄງ​ການການບໍລິການປິ່ນປົວສຸຂະພາບ ຄັ້ງນີ້​ຈະ​ດຳ​ເນີນ​ແຕ່ວັນທີ 27/07-05/08/2017 ໂດຍຄະນະ​ແພດຈີນພວກເຮົາໄດ້​ເອົາ​ໃຈ​ໃສ່ກະກຽມດ້ວຍ​ຄວາມ​ມານະອົດທົນ ແລະ ລະອຽດຖີ່ຖ້ວນ ເພື່ອຮັບປະກັນການກວດສຸຂະພາບ, ປິ່ນປົວ ແລະ ຜ່າຕັດໃຫ້ແກ່ນາຍ ແລະ ພົນທະຫານກອງທັບປະຊາຊົນລາວ ພ້ອມຄອບຄົວ ແລະ ປະຊາຊົນລາວຈຳນວນໜຶ່ງ.


1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ