ລັດຖະບານ​ລາວ​​ໃຫ້ຄວາມສຳຄັນ​ໂຄງການ​ກໍ່ສ້າງ​ທາງ​ລົດ​ໄຟ​ຈີນ-ລາວ
2017-07-28 11:00:49  cri 

ສື່​ມວນ​ຊົນ​ລາວ​ລາຍ​ງານ​ວ່າ: ​ເມື່ອ​ບໍ່​ດົນ​ມາ​ນີ້, ​ໃນ​ກອງ​ປະຊຸມຄະນະ​ລັດຖະບານ​ປະຈຳ​ເດືອນ​ກໍລະກົດ ​​ໄດ້​ຮຽກຮ້ອງ​ໃຫ້​ພາກສ່ວນ​ທີ່​ກ່ຽວຂ້ອງ​​ນຳ​ໃຊ້​ມາດ​ຕະການ ​ເພື່ອ​ຮັບປະກັນ​ຄວາມ​ຄືບ​ໜ້າ​ຂອງ​ໂຄງການ​ກໍ່ສ້າງ​ທາງ​ລົດ​ໄຟ​ຈີນ-ລາວ ​ແລະ ​ໂຄງການ​ທາງ​ລົດ​ໄຟ​ໄທ-ລາວ​ໄລຍະ 2.

ທັງ​ນີ້, ໜັງສືພິມ​ວຽງ​ຈັນທາ​ມສ໌ສະບັບ​ວັນ​ທີ 27 ກໍລະກົດ​ນີ້ ​ໄດ້​ລາຍ​ງານ​ວ່າ: ກອງ​ປະຊຸມຄະນະ​ລັດຖະບານ ​​ເນັ້ນວ່າ ຄວນ​ຄຸ້ມ​ຄອງ​ອຸປະກອນ​ຕ່າງໆ, ນ້ຳມັນ​ເຊື້ອ​ໄຟ ​ແລະ ລົດ​ຕ່າງໆ​ທີ່ຮັບ​​ໃຊ້​ໃນ​ການ​ກໍ່ສ້າງ​ທາງ​ລົດ​ໄຟ​ຈີນ-ລາວ, ​ໃຫ້​ຄວາມ​ສຳຄັນ​ຕໍ່ການພັດທະນາ​ຊັບພະຍາກອນ​ມະນຸດ​ຂະນະ​ທີ່​ກໍ່ສ້າງ​ໂຄງການ​ດັ່ງກ່າວ ​ແລະຕາມ​ແຜນການ​​ແລ້ວ, ທາງ​ລົດ​ໄຟ​ຈີນ-ລາວ​ຈະກໍ່​ສ້າງ​ສຳ​ເລັດ​ກ່ອນ​ວັນ​ທີ 31 ທັນວາ​ປີ 2021 ​ແລະຈະ​ເປີດ​ບໍລິການ​ໃນຕົ້ນປີ 2022.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ