ບຣິກສ໌​ເຊັນ​ພ້ອມຮ່ວມ​ມື​ດ້ານ​ພາສີ
2017-07-28 11:04:16  cri 
ກອງ​ປະຊຸມ​ຫົວໜ້າ​ສ່ວຍ​ສາ​ອາກອນ​ປະ​ເທດ​ບຣິກສ໌​ໄລຍະ​ທີ່ຈີນ​ເປັນ​ປະ​ເທດ​ປະທານ​ໝູນວຽນ ​ໄດ້​ຈັດ​ຂຶ້ນຢູ່​ເມືອງ​ຫັງ​ໂຈ່​ວ ສປ ຈີນ​ໃນ​ວັນ​ທີ 27 ກໍລະກົດ​ນີ້ ​ໂດຍ​ເຈົ້າໜ້າ​ທີ່​ຂະ​ແໜງ​ສ່ວຍ​ສາ​ອາກອນ​ຂອງ 5 ປະ​ເທດ​ສະມາຊິກ ​ໄດ້​ຮ່ວມ​ກັນ​ລົງ​ນາມ​ໃນ​ "ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ການ​ຮ່ວມ​ມື​ດ້ານ​ພາສີ​ປະ​ເທດ​ບຣິກສ໌" ​ເຊິ່ງຖື​ວ່າ​ເປັນ​ເອກະສານສະບັບ​ທຳ​ອິດ​ທີ່​ສ່ອງ​ແສງ​ໃຫ້​ເຫັນການ​ຮ່ວມ​ມື​ດ້ານ​ນີ້ ​ແລະ​ເປັນ​ການ​ຍົກ​ລະດັບ​ການ​ຮ່ວມ​ມື​ໃນ​ຂະ​ບວນການ​ເກັບພາສີບົນ​ພື້ນຖານ​ປະຕິບັດ​ຕາມລະບຽບ​ການ​ທີ່​ກຳນົດ​ໄວ້​ໃນ​ເອກະສານທາງ​ການ​ເປັນ​ເທື່ອ​ທຳ​ອິດ ພ້ອມ​ທັງ​​ເປັນ​ການ​ກະກຽມ​​​ໃຫ້​ແກ່ກອງ​ປະຊຸມ​ພົບ​ປະລະຫວ່າງ​ຜູ້ນຳ​ປະ​ເທດ​ບຣິກສ໌ທີ່​ຈະ​ຈັດ​ຂຶ້ນຢູ່​ເມືອງ​ເຊ້ຍ​ເໝີ​ນ ສປ ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ