5 ປີ​ຕໍ່ໜ້າ ຈີນ​ຕັ້ງ​ເປົ້າລົງທຶນໂດຍ​ກົງຢູ່ຕ່າງປະ​ເທດກວ່າ 750 ຕື້​ໂດ​ລາ​ສະຫະລັດ
2017-07-28 11:05:57  cri 

ທ່ານ​ກາວ​ເຟິງ ​ໂຄສົກ​ກະຊວງ​ການ​ຄ້າ​ຈີນ​ເປີດ​ເຜີຍ​ໃນ​ພິທີ​ຖະ​ແຫຼງຂ່າວ​ໃນ​ວັນ​ທີ 27 ກໍລະກົດ​ນີ້​ວ່າ: ​ໃນ 5 ປີ​ຕໍ່ໜ້າ, ຈີນ​ຈະ​ນຳ​ເຂົ້າສິນຄ້າ​ທີ່​ມີ​ມູນ​ຄ່າ​ກວ່າ 8.000 ຕື້​ໂດ​ລາ​ສະຫະລັດ ​ແລະ ລົງທຶນໂດຍ​ກົງ​ຢູ່​ຕ່າງປະ​ເທດກວ່າ 750 ຕື້​ໂດ​ລາ​ສະຫະລັດ ​ໃນ​ນີ້ ມູນ​ຄ່າ 2.000 ຕື້​​ໂດ​ລາ​ສະຫະລັດ​ຈະ​ນຳ​ເຂົ້າສິນຄ້າຈາກ​ປະ​ເທດ​ຢູ່​ລຽບ​ຕາມ​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ ​ແລະ ລົງທຶນຢູ່​ປະ​ເທດ​ຢູ່ລຽບ​ຕາມ​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ 150 ຕື້​ໂດ​ລາ​ສະຫະລັດ ​ເຊິ່ງຈະ​ເປັນ​ໂອກາດ​ທີ່​ໃຫຍ່ຫຼວງສຳລັບ​ການ​ພັດທະນາ​ຂອງ​ປະ​ເທດ​ຕ່າງໆ.

ຂ່າວ​ແຈ້ງວ່າ: ​​ໄລຍະ​ຜ່ານ​ມາ, ອາ​ເມ​ລິ​ກາ, ​ເຢຍລະ​ມັນ ​ແລະ ອັງກິ​ດ​ເປັນຕົ້ນລ້ວນ​ແຕ່​ມີ​ຂໍ້ຈຳກັດຫຼາຍຂຶ້ນ ​ ​ແລະຢູ່ບາງ​ປະ​ເທດ​​ໄດ້​​ຮຽກຮ້ອງ​ໃຫ້​ເພີ່ມ​ທະວີ​ການ​ກວດກາ​ຄວາມ​ປອດ​ໄພ​ຕໍ່​ການ​ລົງທຶນ​ຈາກ​ຕ່າງປະ​ເທດ ຈົນກະທັ້ງອອກ​ຂໍ້​ກົດໝາຍທີ່​ກ່ຽວຂ້ອງ. ຕໍ່​ເລື່ອງ​ນີ້, ທ່ານ​ກາວ​ເຟິງ ຊີ້​ໃຫ້​ເຫັນ​ວ່າ: ພວກ​ຂ້າພະ​ເຈົ້າ​​ເຫັນວ່າ ການ​ກວດກາຄວາມ​ປອດ​ໄພ​ຕໍ່​ການ​ລົງທຶນ​ໃນ​ຂົງ​ເຂດ​ທີ່ອ່ອນ​ໄຫວ​ນັ້ນ ​ແມ່ນ​ສິດ​ຊອບ​ດ້ວຍ​ກົດໝາຍ​ຂອງ​​ແຕ່ລະປະ​ເທດ, ​ແຕ່​ກໍບໍ່​ຄວນ​​ໃຊ້​ເປັນ​ມາດ​ຕະການສົ່ງ​ເສີມ​ລັດທິ​ປົກ​ປ້ອງ​ການ​ຄ້າ.

ນອກ​ນີ້, ທ່ານ​ກາວ​ເຟິງ ຍັງ​ຊີ້​ໃຫ້​ເຫັນ​ວ່າ: ຈີນ​ຖ້ອມ​ເລັ່ງຊຸກຍູ້​ເສດຖະກິດ​ໂລກາ​ພິວັດ ​ແລະ ການ​ຄ້າ-ການ​ລົງທຶນທີ່ເສລີ​ຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ ທັງຄັດຄ້ານ​ລັດທິ​ປົກ​ປ້ອງ​ການ​ຄ້າ ​ແລະ ​ເປີດ​ກວ້າງ​ການ​ເປີດ​ປະຕູ​ຕໍ່​ພາຍ​ນອກ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ