ເຈົ້າໜ້າ​ທີ່​ຕຳຫຼວດອິສຣາ​ແອນ​ປະ​ທະ​ກັບຊາວ​ປາ​ແລັສຕິນ​ຢູ່​ສຸເຫຼົ່າອັກ​ຊາ
2017-07-28 16:39:40  cri 

ໃນ​ວັນ​ທີ 27 ກໍລະກົດ​ນີ້, ຊາວ​ມຸສລິ​ມປາ​ແລັສຕິນຫຼາຍພັນ​ຄົນທີ່ກັບ​ເຂົ້າ​ໄປ​ອະ​ທິຖານຢູ່​ສຸ​ເຫຼົ່າອັກ​ຊາ​ທີ່​ຕັ້ງຢູ່​​ເຂດວັດ​ພູ (ຊາວ​ມຸສລິ​ມ​ເອີ້ນ​ວ່າ ສະຖານ​ທີ່​ສັກສິດສູງ​ສົ່ງ) ​​ກໍ​ໄດ້​ປະ​ທະ​ກັບ​ເຈົ້າໜ້າ​ທີ່ຕຳຫຼວດອິສຣາ​ແອນ​ຢ່າງ​ຮຸນ​ແຮງ ສົ່ງ​ຜົນ​ເຮັດ​ໃຫ້​ຊາວ​ປາ​ແລັສຕິນຢ່າງ​ໜ້ອຍ 113 ຄົນ​ໄດ້​ຮັບ​ບາດ​ເຈັບ.

ຕອນ​ເຊົ້າວັນ​ທີ 27 ກໍລະ​ກົດ​ນີ້, ອິສຣາ​ແອນ ​ໄດ້ຖອນ​ອຸປະກອນ​ກວດກາ​ຄວາມ​ປອດ​ໄພ​ທີ່​ຕິດຕັ້ງ​ໃໝ່ຫຼັງວັນ​ທີ 14 ​ເດືອນ​ດຽວ​ກັນນັ້ນ​ແລ້ວ. ຂະນະ​ທີ່ທ່ານ​ເຊ​ອິກ ມູຮາ​ມັດ ອາ​ມັດ ຮູ​ເຊ​ອິນ ຜູ້ນຳ​ສາສະໜາ​ອິສລາມ ກໍ​ໄດ້​ປະກາດ​ວ່າ: ການ​ເຄື່ອນ​ໄຫວ​ຂອງ​ຊາວ​ມຸສລິ​ມ​ເພື່ອ​ຕໍ່ຕ້ານ​ມາດ​ຕະການ​ຕິດຕັ້ງອຸປະກອນ​ກວດກາ​ຄວາມ​ປອດ​ໄພ​ເພີ່ມ​ຢູ່​ສະຖານ​ທີ່​ສັກສິດ​ສູງ​ສົ່ງ​ນັ້ນ​ໄດ້​ສິ້ນ​ສຸດ​ລົງ ແລະສາມາດ​ເຂົ້າ​ໄປ​ອະທິຖານ​ໄດ້.

ສື່​ມວນ​ຊົນ​ທ້ອງ​ຖິ່ນ​ລາຍ​ງານ​ວ່າ:​ ໃນ​ວັນ​ດັ່ງກ່າວ, ມີ​ຊາວ​ມຸສລິ​ມຈຳນວນຫຼາຍ​ໄດ້​ເຂົ້າ​ໄປ​ໃນ​ສຸ​ເຫຼົ່າອັກ​ຊາ​ ​ແລະ ບໍ່​ສາມາດ​ຄວບຄຸມ​ອາລົມ​​ໄດ້, ຂະນະ​ດຽວ​ກັນ, ​ເຈົ້າໜ້າ​ທີ່​ຕຳຫຼວດອິສຣາ​ແອນ​ກໍ​ໄດ້​ໃຊ້ລະ​ເບີດ​ແສງ​ຂະນະ​ທີ່​ຮັກສາ​ຄວາມ​ເປັນລະບຽບ​ຮຽບຮ້ອຍ ອັນ​ນຳ​ມາສູ່​ການເກີດ​​ປະ​ທະ​ກັນລະຫວ່າງ​ສອງ​ຝ່າຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ