ເຈົ້າ​ໜ້າ​ທີ່ສະ​ຖານ​ທູດ​ອິ​ສ​ຣາ​ແອນ​ປະ​ຈຳ​ຊັອກ​ດາ​ນີ​​ຍິງ​ປະ​ຊາ​ຊົນເສຍ​ຊີ​ວິດ
2017-07-28 11:44:03  cri 
ສຳ​ນັກ​ຂ່າວ​ສານ​ເປ​ຕ​ຣາ​ລາຍ​ງານ​ໃນວັນ​ທີ 27 ກໍ​ລະ​ກົດ​ນີ້ວ່​າ: ໃນ​ມື້​ດັ່ງ​ກ່າວ, ທ່ານ ອັບ​ດູ​ລາ ອັນ​ ຮຸ​ສ​ເຊັນ ເຈົ້າ​ຊີ​ວິດ​ປະ​ເທດ​ຊັອກ​ດາ​ນີ​ໄດ້​ຮຽກ​ຮ້ອງ​ໃຫ້​ທ່ານ ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິ​ສ​ຣາ​ແອນ​,ລົງ​ໂທດ​ເຈົ້າ​ໜ້າ​ທີ່ສະ​ຖານ​ທູດ​ອິ​ສ​ຣາ​ແອນ​ປະ​ຈຳ​ປະ​ເທດ​ຕົນ​ຫຼັງຍິງ​ປະ​ຊາ​ຊົນ​ປະ​ເທດ​ຕົນ​ເສຍ​ຊີ​ວິດ​ສອງ​ຄົນຕາມ​ກົດ​ໝາຍ.

ຕອນ​ຄ່ຳ​ວັນ​ທີ 23 ກໍ​ລະ​ກົດ​ນີ້, ຢູ່ໃກ້ສະ​ຖານ​ທູດ​ອິ​ສ​ຣາ​ແອນ​ປະ​ຈຳ​ຊັອກ​ດາ​ນີ​ທີ່​ນະ​ຄອນ​ຫຼວງ​ອຳ​ມານ​ໄດ້​ເກີດ​ເຫດ​ຍິງ​ຄົນ​ເສຍ​ຊີ​ວິດ. ໂດຍ​ສື່ມວນ​ຊົນ​ໄດ້ລາຍ​ງານ​ວ່າ: ເກີດ​ການ​ຖຽງ​ກັນ​ລະ​ຫວ່າງຊາວ​ຊັອກ​ດາ​ນີ​ຜູ້​ໜຶ່ງ​​ກັບ​ເຈົ້າ​ໜ້າ​ທີ່​ສະ​ຖານ​ທູດ​ອິ​ສ​ຣາ​ແອນ​ປະ​ຈຳ​ປະ​ເທດ​ຕົນ​ຍ້ອນ​ບັນ​ຫາ​ການ​ສົ່ງ​ເຟີ​ນີ​ເຈີ​​ບໍ່​ຖືກຕາມ​ເວ​ລາ​ກຳ​ນົດ. ຈາກ​ນັ້ນຊາວ​ຊັອກ​ດາ​​ນີ​ທີ່​ເປັນ​ຄູ່​ກໍ​ລະ​ນີ​ໄດ້​ໃຊ້​ໄຂ​ຄວງ​ແທງ​ຊາວ​ອິ​ສ​ຣາ​ແອນ ແລະຊາວ​ອິ​ສ​ຣາ​ແອນ​ກໍ​ຍິງ​ຊາວ​ຊັອກ​ດາ​ນີ​ຜູ້​ນີ້​ເສຍ​ຊີ​ວິດ. ຂະ​ນະ​ທີ່ເຈົ້າ​ຂອງ​ເຮືອນ​ຊາວ​ຊັອກ​ດາ​ນີ​​ກໍ​ຖືກ​ຍິງ​ເສຍ​ຊີ​ວິດ​ຫຼັງບໍ່​ສາ​ມາດ​​ປິ່ນ​ປົວ​ໄດ້.

ຫວ່າງ​ມໍ່​ໆ​ມາ​ນີ້, ຊັອກ​ດາ​ນີ​ໄດ້​ເຂົ້າ​ໄປ​ມີຄວາມ​ຂັດ​ແຍ້ງ​ລະ​ຫວ່າງ​ປາ​ແລັ​ສ​ຕິນ-ອິ​ສ​ຣາ​ແອນ​ຮອບ​ໃໝ່ ໂດຍ​ເຫັນ​ໄດ້​ຈາກໃນ​ວັນ​ທີ 21 ກໍ​ລະ​ກົດ​ນີ້, ຢູ່​ຫຼາຍ​ຕົວ​ເມືອງ​ຂອງ​ຊັອກ​ດາ​ນີ​ໄດ້​ເກີດ​ການ​ແຫ່​ຂະ​ບວນ​ຕໍ່​ຕ້ານ​ອິ​ສ​ຣາ​ແອນ​ຂະ​ໜາດ​ໃຫຍ່,ປະ​ຊາ​ຊົນ​ຫຼາຍ​ໝື່ນ​ຄົ​ນ​ອອກ​ສູ່​ຖະ​ໜົນ​ເພື່ອ​ປະ​ທ້ວງ​​ອິ​ສ​ຣາ​ແອນ​ທີ່​ປະ​ຕິ​ບັດຕໍ່ "ເຂດ​ເກືອດ​ຫ້າມ​ທີ່​ສູງ​ສົ່ງ"​ຫຼື​ວັດ​ພູ​ຫວ່າງ​ມໍ່​ໆ​ນີ້ ໂດຍ​ຮຽກ​ຮ້ອງ​ໃຫ້​ອິ​ສ​ຣາ​ແອນ​ຢຸດ​ຕິ​ການ​ກະ​ທຳ​ແບບ​ນີ້​ທັນ​ທີ. ເຫດ​ການ​ຍິງ​ຄົນ​ເສຍ​ຊີ​ວິດ​ຄັ້ງ​ນີ້​ໄດ້​ເພີ່ມອາ​ລົມ​ຂອງ​ປະ​ຊາ​ຊົນ​ຊັອກ​ດາ​ນີໃນ​ການ​ຕໍ່​ຕ້ານ​ອິ​ສ​ຣາ​ແອນ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ