ສຳ​ເລັດການ​ສ້າງເຂດ​ອະ​ນຸ​ລັກ​ທຳ​ມະ​ຊາດ​ຕ່າງໆ 155 ແຫ່ງ​ຢູ່​ພູ​ພຽງ​ຊິງ​ໄຫ-ຕິ​ເບດ
2017-07-28 17:07:17  cri 
ກອງ​ປະ​ຊຸມ​ວິ​ຊາ​ການ​ແນວ​ພືດ​ສາ​ກົນ​ຄັ້ງ​ທີ 19 ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນເຊີ່ນ​ເຈີ້ນ​ແຂວງກວາງຕຸ້ງ​ ສ​ປ ຈີນເປີດ​ເຜີຍ​ວ່າ: ພູ​ພຽງ​ຊິງ​ໄຫ-ຕິ​ເບດໄດ້​​ສຳ​ເລັດ​ການ​ສ້າງເຂດ​ອະ​ນຸ​ລັກ​ທຳ​ມະ​ຊາດຕ່າງໆ 155 ແຫ່ງ​ຢູ່​ພູ​ພຽງດັ່ງ​ກ່າວ​ໃນເນື້ອ​ທີ່​​ເຖິງ 822.400 ກິ​ໂລ​ຕາ​ແມັດ ໂດຍກວມ 32,35% ຂອງ​ເນື້ອ​ທີ່​ພູ​ພຽງ​​ດັ່ງ​ກ່າວ.

​ນັບແຕ່​ຊຸມ​ປີ 1980 ເປັນ​ຕົ້ນ​ມາ, ເຖິງວ່​າ​ໄດ້​ຮັບ​ຜົນ​ກະ​ທົບ​ທີ່​ນັບ​ມື້​ຮຸນ​ແຮງ​ຈາກ​ນ້ຳ​ມື​ຂອງ​ມະ​ນຸດ​ກໍ​ຕາມ,ແຕ່​ສິ່ງ​ແວດ​ລ້ອມແລະ​ຊີ​ວະ​ນາໆ​ພັນ​ຢູ່​ເຂດ​ພູ​ພຽງ​ຊິງ​ໄຫ-ຕິ​ເບດ​ໄດ້​ຮັບ​ການ​ອະ​ນຸ​ລັກ​ແລະ​​ປັບ​ປຸງ​​ດີ​ຂຶ້ນ​ເປັນ​ຢ່າງ​ດີ ໂດຍ​ສາ​ມາດ​ຮັບ​ປະ​ກັນ​ການ​ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ໄດ້​ຢ່າງ​ຍືນ​ຍົງ​ແລະ​​ການ​ໝູນ​ວຽນ​ຂອງລະ​ບົບ​ນິ​ເວດທຳ​ມະ​ຊາດ​ໄດ້​ເປັນ​ຢ່າງ​ດີ. ມາ​ຮອດ​ປັດ​ຈຸ​ບັນ, ພູ​ພຽງ​ຊິງ​ໄຫ-ຕິ​ເບດ​ໄດ້​ກາຍ​ເປັນ​ສະ​ຫວັນ​ຂອງ​ສັດ​ປ່າ​ທີ່​ຫາ​ຍາກ​ຈຳ​ນວນ​ຫຼາຍ,ແລະ​ກາຍ​ເປັນ​ສິ່ງ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ທີ່​ສຳ​ຄັນ​ຂອງ​ລະ​ບົບ​ນິ​ເວດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ