ສຳ​ເລັດ​ການ​ຊ້ອມ​ຮົບ​ຮ່ວມ​ເທິງ​ທະ​ເລ​ຈີນ-ຣັດ​ເຊຍ 2017 ​ໄລ​ຍະ​ທີ​ໜຶ່ງ​ແລ້ວ
2017-07-28 17:08:20  cri 
ຕອນ​ບ່າຍ​ວັນ​ທີ 27 ກໍ​ລະ​ກົດ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ກຳ​ປັ່ນ​ຂັບ​ໄລ່​ດ້ວຍ​ລູກ​ສອນ​ໄຟເຮີ​ເຟີຍ,ກຳ​ປັ່ນ​ປ້ອງ​ກັນ​ລູກ​ສອນ​ໄຟ​ຢຸ້ນ​ເຊີງຂອງກອ​ງ​ທັບ​ເຮືອ​ຈີນ​ໄດ້​ເດີນ​ທາງ​ເຖິງຊັນ​ປີ​ເຕີ​​ສ​ເບີກ,ແລະ​ທຽບ​ທ່າ​ກຳ​ປັ່ນ​ລູ​ເທັນ​ເນັດ​ສະ​ມິດ,ເຊິ່ງ​ເປັນ​ການ​ບົ່ງ​ບອກ​ໃຫ້​ຮູ້​ວ່າ​ໄດ້​ສຳ​ເລັດການ​ຊ້ອມ​ຮົບຮ່ວມ​ເທິງ​ທະ​ເລລະ​ຫວ່າງ​ຈີນ-ຣັດ​ເຊຍ 2017 ​ໄລ​ຍະ​ທີ​ໜຶ່ງ​ແລ້ວ.

ໜ່ວຍ​ກຳ​ປັ່ນ​ທີ່​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ຂອງກອງ​ທັບ​ເຮືອ​ຈີນ​ໄດ້​ອອກ​ເດີນ​ທາງ​ຈາກ​ເມືອງ​ຊ່ານ​ຢ້າ​ແຂວງ​ໄຫ​ຫຼຳ​​ໃນ​ວັນ​ທີ 18 ມິ​ຖຸ​ນາ​ນີ້ ແລະເດີນ​ທາງ​ເຖິງ​ທ່າ​ກຳ​ປັ່ນ​ບານ​ຕິກຂອງ​ຣັດ​ເຊຍ​ໃນ​ວັນ​ທີ 21 ກໍ​ລະ​ກົດ​ນີ້ ແລະ​ອອກ​ຈາກ​ທ່າ​ກຳ​ປັ່ນ​ໃນ​ວັນ​ທີ 25 ກໍ​ລະ​ກົດ​ນີ້​ເພື່ອ​ເຂົ້າ​ຮ່ວມ​ແລະ​ປະ​ຕິ​ບັດ​ໜ້າ​ທີ່​ຝຶກ​ຊ້ອມ​ເທິງ​ທະ​ເລ​. ໃນ​ໄລ​ຍະ​ຝຶກ​ຊ້ອມ, ​ນາຍ​ແລະ​ພົນທະ​ຫານ​​ຈີນ​ແລະ​ຣັດ​ເຊຍ​ໄດ້​ສຳ​ເລັດການ​ຝຶກ​ຊ້ອມ 6 ລາຍ​ການ​ເຊັ່ນ:​ການ​ຍິງ​ດ້ວຍ​ລູກ​ລະ​ເບີດລົງ​ທະ​ເລ, ການ​ປ້ອງ​ກັນ​ທາງ​ອາ​ກາດ​,ການ​ຂຶ້ນ​ກຳ​ປັ່ນ​ເພື່ອກວດ​ກາ,ການ​ຄົ້ນ​ຫາ​ແລະ​ຊ່ວຍ​ເຫຼືອ,​ການ​ສ້າງ​ພ​ະ​ລະ​ທິ​ການ​ຢູ່​ກຳ​ປັ່ນ,ການ​ຄົ້ນ​ຫາ​ແລະ​ຊ່ວຍ​ເຫຼືອ​ເຮືອ​ທີ່​ເກີດ​ອຸ​ບັດ​ເຫດ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ