ຖ່າຍ​ຮູບ Lynx lynx ຢູ່​ເຂດ​ແຫຼ່ງ​ນ້ຳ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງໄດ້​ເປັນ​ຄັ້ງ​ທຳ​ອິດ
2017-07-28 17:34:41  cri 


​​ວັນ​ທີ 20 ກໍ​ລະ​ກົດ​ນີ້, ​ນັກ​ນິ​ເວດ​ວິ​ທະ​ຍາຈາກ​ຈີນ,ອາ​ເມ​ລິ​ກາ,ອັງ​ກິດ​ແລະ​ຝ​ຣັ່ງ 17 ຄະ​ນະ​ລວມ 54 ຄົນ​ໄດ້ເດີນ​ທາງ​ໄປເມືອງ​ນາງ​ຊ່ຽນ​ທີ່​ຕັ້ງ​ຢູ່​ເຂດ​ແຫຼ່ງ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ເພື່ອກວດ​ລະ​ບົບ​ນິ​ເວດ​ທີ່​ມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ຄັ້ງ​ໜຶ່ງ​ໃນ​ປະ​ຫວັດ​ສາດ​ຂອງ​ທ້ອງ​ຖິ່ນ​ດັ່ງ​ກ່າວ​ຫຼັງ​ໃຊ້ເວ​ລາ​ຫຼາຍ​ວັນ, ​ກໍ​ສາ​ມາດ​ຖ່າຍ​ຮູບ​ສັດ 15 ປະ​ເພດ​ເຊັ່ນ: Lynx lynx ,ກວາງ​ສົບ​ຂາວແລະເຍືອງ​ຕິ​ເບດພູ​ພຽງ​ເປັນ​ຕົ້ນ ກໍ​ຄື​ພືດ 222 ຊະ​ນິດແລະ​ຈາກ​ນີ້​ຈຶ່ງ​ອາດເວົ້າ​ໄດ້​ວ່າ​ລະ​ບົບ​ນິ​ເວດ​ຢູ່​ເຂດ​ແຫຼ່ງ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​​ຍັງດີ ແລະແມ່ນ​ໜຶ່ງ​ໃນ​ເຂດ​ອະ​ນຸ​ລັກ​ທຳ​ມະ​ຊາດ​ທີ່​ມີ​ຊີ​ວະ​ນາໆ​ພັນ​ທີ່​ອຸ​ດົມ​ສົມ​ບູນ​ທີ່​ສຸດ.
1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ