ຈີນ​​ຢ້ຳ​​ມີ​ແຕ່​ເຈ​ລະ​ຈາ​​ໂດຍ​ສັນ​ຕິ​ຈິ່ງ​ຈະ​ແກ້​ໄຂ​ບັນ​ຫາ​ນິວເ​ຄຼຍ​ແຫຼມ​ເກົາຫຼີໄດ້
2017-07-28 10:56:47  cri 
ທ່ານ​ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຢ້ຳ​ເຖິງ​ຫຼັກ​ໝັ້ນ​ຂອງ​ຈີນ​ໃນ​ບັນ​ຫາ​ນິວເ​ຄຼຍ​ແຫຼມ​ເກົາຫຼີ ໂດຍ​ກ່າວ​​ວ່າ ​ມີ​ແຕ່​ເຈ​ລະ​ຈາ​​ໂດຍ​ສັນ​ຕິ​ຈິ່ງ​ຈະ​ສາ​ມາດ​ແກ້​ໄຂ​ບັນ​ຫາ​ນິວເ​ຄຼຍ​ແຫຼມ​ເກົາຫຼີ​ໄດ້.

ຂະ​ນະ​ທີ່​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ບັນ​ຫາ​ນີ້, ທ່ານ​ອະ​ທິ​ບາຍວ່າ: ​ຕົ້ນ​ຕໍແລ້ວ, ແຫຼ່ງ​ກຳ​ເນີດ​ຂອງ​ບັນ​ຫາ​ນິວ​ເ​ຄຼຍ​ແຫຼມ​ເກົາຫຼີ​ບໍ່​ແມ່ນ​ຢູ່​ຈີນ, ​ຂະ​ນະ​ທີ່ຈຸດ​ສຳ​ຄັນ​ໃນ​ການ​ແກ້​ໄຂ​ບັນ​ຫາ​ນີ້​ໃນ​ປັດ​ຈຸ​ບັນ​ກໍ​ບໍ່​​ຂຶ້ນ​ກັບ​ຈີນ​ເຊັ່ນ​ກັນ. ​ແນວ​ໃດ​ກໍ​ດີ ເປັນແນ່ນອນ​ວ່າ, ໃນ​ຖາ​ນະ​ເປັນ​ປະ​ເທດ​ໃກ້​ຄຽງ​ທີ່​ສຳ​ຄັນ​ຂອງ​ແຫຼມ​ເກົາຫຼີ, ຈີນ​ໄດ້​ຕັ້ງ​ໜ້າ​ຮ່ວມ​ກັບ​ປະ​ຊາ​ຄົມ​ໂລກ ເພື່ອ​ແກ້​ໄຂ​ບັນ​ຫາ​ນິວເ​ຄຼຍ​ແຫຼມ​ເກົາຫຼີ​ໂດຍ​ຜ່ານ​ວິ​ທີ​ການ​ເຈ​ລະ​ຈາ​ທາງ​ການ​ເມືອງ. ຫຼັກ​ໝັ້ນ​ຂອງ​ຈີນ​ແມ່ນ​ແຈ່ມ​ແຈ້ງ​ທີ່​ສຸດ ກໍ​ຄື​ຍຶດ​ໝັ້ນ​ການຊຸກ​ຍູ້​ໃຫ້​ແຫຼມ​ເກົາຫຼີ​ປອດ​ນິວ​ເ​ຄຼຍ. ຈີນ​ຈະ​ຍຶດ​ໝັ້ນ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາຫຼີ ແລະ​ແກ້​ໄຂ​ບັນ​ຫາ​ນີ້​ໂດຍ​ຜ່ານ​ການ​ເຈ​ລະ​ຈາ​ໂດຍ​ສັນ​ຕິ​ເທົ່າ​ນັ້ນ.

ຂະ​ນະ​ດຽວ​ກັນ, ທ່ານ​​ກໍກ່າວ​ວ່າ, ຈີນ​ສົ່ງ​ເສີມ​ໃຫ້​ສ.ເກົາຫຼີ​ແລະ​ສ​ປ​ປ ເກົາຫຼີ​​ເຈ​ລະ​ຈາ​ກັນ ເຊິ່ງ​ຈະ​ເປັນ​ຜົນ​ດີ​ຊ່ວຍ​ໃຫ້​ສະ​ຖາ​ນະ​ການ​​ທີ່​ເຄັ່ງ​ຕຶງ​ຢູ່​ແຫຼມ​ເກົາຫຼີຫຼຸດ​ຜ່ອນ​ລົງ ແລະ​ສ້າງ​ບັນ​ຍາ​ກາດ​ທີ່​ດີ​ໃຫ້​ແກ່​ບັນ​ດາ​ຝ່າຍ​ແກ້​ໄຂ​ບັນ​ຫາ​ນີ້​ຢ່າງ​ເໝາະ​ສົມ​ໂດຍ​ຜ່ານ​ວິ​ທີ​ການ​ເຈ​ລະ​ຈາ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ