ສາຍ​ພົວ​ພັນ​ຈີນ​-ອາ​ຊຽນ​ພວມ​ກ້າວ​ໄປ​ສູ່​ໄລ​ຍະສົດ​ໃສ
2017-07-28 16:16:03  cri 
    ທ່ານ ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ກ່າວ​ໃນ​ການ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 27 ກໍ​ລະ​ກົດ​ນີ້​ວ່າ, ​ຈາກຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງ​ຈີນ​ແລະ​ປະ​ເທດ​ໃນ​ອາ​ຊຽນ, ສາຍ​ພົວ​ພັນ​ສອງ​ຝ່າຍ​ພວມ​ຈາກ​ໄລ​ຍະ​ເຕີບ​ໃຫຍ່​ທີ່​ພັດ​ທະ​ນາ​ຢ່າງວ່ອງ​ໄວ​ນັ້ນ ກ້າວ​ໄປ​ສູ່​ໄລ​ຍະ​ທີ່​ຄຸ​ນ​ນະ​ພາບ​ດີ​ຂຶ້ນ, ຍົກ​ລະ​ດັບ ແລະ​ສົ​ດ​ໃສ.

    ທ່ານ ລູ້​ຄ່າງ ກ່າວ​ວ່າ, ຈີນ​ໃຫ້​ຄວາມ​ສຳ​ຄັນ​ສູງ​ຕໍ່​ສາຍ​ພົວ​ພັນ​ກັບ​ອາ​ຊຽນ​ຕະຫຼອດ​ມາ ແລະ​ຖື​ອາ​ຊຽນ​ເປັນ​ບຸ​ລິ​ມະ​ສິດໃນ​ວຽກ​ງານການ​ຕ່າງ​ປະ​ເທດ​ກັບ​ປະ​ເທດ​ອ້ອມ​ຂ້າງ​ຈີນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ປີ 2017 ແມ່ນປີ​ຄົບ​ຮອບ 50 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ອາ​ຊຽນ ແລະ​ປີ​ຄົບ​ຮອບ 15 ປີ​ທີ່​ຈີນ-ອາ​ຊຽນ​ສ້າງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ ເຊິ່ງ​ຈາກ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງ​ຈີນ​ແລະ​ປະ​ເທດ​ໃນ​ອາ​ຊຽນ, ສາຍ​ພົວ​ພັນ​ສອງ​ຝ່າຍ ໄດ້​ຮັກ​ສາ​ທ່ວງ​ທ່າ​ຂະ​ຫຍາຍ​ຕົວ​ຢ່າງ​ປອດ​​ໃສ​ແລະ​ໝັ້ນ​ທ່ຽງ ແລະ​ພວມ​ຈາກໄລ​ຍະ​ເຕີບ​ໃຫ​ຍ່​ທີ່​ພັດ​ທະ​ນາ​ຢ່າງວ່ອງ​ໄວ​ນັ້ນ ກ້າວ​ໄປ​ສູ່​ໄລ​ຍະສົດ​ໃສ​ທີ່​ຄຸນ​ນະ​ພາບ​ດີ​ຂຶ້ນ​ແລະ​ຍົກ​ລະ​ດັບ. ສາ​ມາດ​ເວົ້າ​ໄດ້​ວ່າ, ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ ​ມີ​ຄວາມ​ເປັນ​ເອ​ກະ​ພາບກັນຢ່າງ​ໝັ້ງ​ຄົງ ທັງມີ​ຜົນ​ງານ​ຢ່າງຫຼວງຫຼາຍ ແລະ​ມີ​ອະ​ນາ​ຄົດ​ທີ່​ສົດ​ໃສ.

    ທ່ານ ລູ້​ຄ່າງ ກ່າວ​ຕື່ມ​ວ່າ, ໃນ​ໂອ​ກາດທ່ານ ວາງຢີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າ​ປ​ະ​ເທດ​ຈີນ ພົບ​ປະ​ກັບ​ທູ​ຕາ​ນຸ​ທູດ​ຂອງ 10 ປະ​ເທດ​ອາ​ຊຽນ​ປະ​ຈຳ​ຈີນນັ້ນ, ທ່ານ​ກໍ​ໄດ້​ສະ​ເໜີ​ຄວາມ​ຄິດ​ສາມ​ຂໍ້​ກ່ຽວ​ກັບ​ການ​​ເສີມຂະ​ຫຍາຍ​ສາຍ​ພົວ​ພັນ​ສອງ​ຝ່າຍ ຄື: ໜຶ່ງ, ສາຍ​ພົວ​ພັນ​ຈີນ-ອາ​ຊຽນ​ຕ້ອງ​ເລັງ​ໃສ່​ອະ​ນາ​ຄົດ ແລະ​ກ້າວ​ໄປ​ສູ່​ໄລ​ຍະ​ໃໝ່; ສອງ, ການ​ຮ່ວມ​ມື​ອາ​ຊີ​ຕາ​ເວັນ​ອອກ ຕ້ອງ​ກຳ​ໂອ​ກາດ ແລະ​ສ້າງ​ອະ​ນາ​ຄົດ​ໃໝ່ ແລະສາມ, ຕ້ອງຂ້າມ​ສິ່ງ​ຂັດ​ຂວາງ​​ໃນ​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ແລະ​ຮັກ​ສາ​ທ່ວງ​ທ່າ​ທີ່​ດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ