ເອ​ມາ​ຊອນ​ຄອງ​ຕະຫຼາດ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້
2017-07-28 16:18:50  cri 
    ບໍ​ລິ​ສັດ​​ເອ​ມາ​ຊອນ​ທີ່​ເປັນ​ບໍ​ລິ​ສັດ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ໃຫຍ່​ທີ່​ສຸດ​ຂອງ​ອາ​ເມ​ລິ​ກາ ໄດ້​ປະ​ກາດ​ໃນ​ວັນ​ທີ 27 ກໍ​ລະ​ກົດ​ນີ້​ວ່າ, ຈະ​ເລີ່ມ​ເປີດ​ບໍ​ລິ​ການ​ສົ່ງ​ສິນ​ຄ້າ​ພາຍ​ໃນ 2 ຊົ່ວ​ໂມງ​ຢູ່​ສິງ​ກະ​ໂປ​ໃນ​ອາ​ທິດນີ້ ເພື່ອໃຫ້​ທັນ​ຕາມ​ສະ​ແສ​ສູງ​ແຫ່ງ​ການ​ຊື້​ສິນ​ຄ້າ​ຜ່ານ​ທາງ​ອິນ​ເຕີ​ເນັດ​ທີ່​ພັດ​ທ​ະ​ນາ​ຢ່າງວ່ອງ​ໄວ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ແລະ​​ຄອງຕະຫຼາດ​ພາກ​ພື້ນ​ດັ່ງ​ກ່າວ.

    ບໍ​ລິ​ສັດ​ດັ່ງ​ກ່າວ​​ເປີດ​ເຜີຍ​ວ່າ, ຈະ​ສ້າງ​ຕັ້ງ​ແລະ​ເປີດ​ທຸ​ລະ​ກິດ​ສູນ​ແບ່ງ​ປ​ະເພດ​ສິ​ນ​ຄ້າ​ທີ່​ມີ​ເນື້ອ​ທີ່​ໃຫຍ່ກວ່າ​ສະ​ໜາມ​ບານ​ເຕະ​ຢູ່​ສິ​ງ​ກະ​ໂປ ແລະ​ສັນ​ຍາ​ວ່າ, ຈະ​ສົ່ງ​ສິນ​ຄ້າຫຼາຍກວ່າ​ໝື່ນ​ຊະ​ນິດ​ໂດຍ​ບໍ່​ເກັບ​ຄ່າ​​ນຳ​ຜູ້​ບໍ​ລິ​ໂພກ​ທີ່​ຊື້​ສິນ​ຄ້າ​ລາ​ຄາ​ສູງກວ່າ 40 ໂດ​ລາ​ສິງ​ກະ​ໂປນັ້ນ​ພາຍ​ໃນ 2 ຊົ່ວ​ໂມງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ