ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອາ​ຊຽນ​ຈັດ​ງານ​ລ້ຽງ​ຕ້ອນ​ຮັບ​ຜູ້​ນຳ​ຊາວ​ໜຸ່ມ​ອາ​ຊຽນ
2017-07-28 16:22:35  cri 
    ຫວ່າງມໍ່ໆ​ນີ້, ທ່ານ ຊີ​ປູ້ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອາ​ຊຽນ ໄດ້​ຈັດ​ງານ​ລ້ຽງ​ຕ້ອນຮັບ​ຜູ້​ນຳ​ຊາວ​ໜຸ່ມ 10 ປະ​ເທດ​ອາ​ຊຽນ​ໃນໂອ​ກາດ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ "ວັນ​ຊາວ​ໜຸ່​ມ​ອາ​ຊຽນ" ຢູ່​ນະ​ຄອນຫຼວງ​ຈາ​ກາ​ຕາ ໂດຍ​ມີ​ຜູ້​ນຳ​ຊາວ​ໜຸ່ມ​ 10 ປະ​ເທດ​ອາ​ຊຽນ, ເຈົ້າ​ໜ້າ​ທີ່ກອງ​ເລ​ຂາອ​າ​ຊຽນ​ ພ້ອມ​ດ້ວຍ​ນັກ​ການ​ທູດ​ຊາວ​ໜຸ່ມ​ຂອງ​ຈີນ​ປະ​ຈຳ​ອາ​ຊຽນ 50 ກວ່າທ່ານເຂົ້າ​ຮ່ວມ.

    ທ່ານ ຊີ​ປູ້ ໄດ້​ກ່າວ​ປາ​ໄສໂດຍ​ເນັ້ນ​ວ່າ, ປະ​ຊາ​ກອນ 67% ຂອງ​ອາ​ຊຽນ ແມ່ນ​ຊາວ​ໜຸ່ມ​ທີ່​ມີ​ອາ​ຍຸ​ຕ່ຳ​ກວ່າ 35 ປີ ແລະ​ຢູ່​ຈີນ​ກໍ​ມີ​ຊາວ​ໜຸ່ມຫຼາຍກວ່າ 400 ລ້ານ​ຄົນ, ຈາກນີ້, ການ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນລ​ະ​ຫວ່າງ​ຊາວ​ໜຸ່ມ​ແນວ​ໃດ​ນັ້ນ ແມ່ນ​ເລື່ອງ​ ​ສຳ​ຄັນຂອງ​ສອງ​ຝ່າຍ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ ເພື່ອນ​ຊາວ​ໜຸ່ມ​ທຸກ​ທ່ານ​ຈະ​ສາ​ມາດ​​ສຳ​ຜັດ​ຕົວ​ຈິງ​ຢູ່​ຈີນໃຫ້ຫຼາຍ​ກວ່ານີ້ ແລະ​ປະ​ກອບ​ສ່ວນ​ເພື່ອ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ຄວາມ​ປອງດອງ​ທາງ​ສັງ​ຄົມ ແລະ​ການ​​ປະ​ສານຈິ​ດ​ໃຈ​ຂອງ​ຈີນ​ແລະ​ປະ​ເທດ​ອາ​ຊຽນ​ໃຫ້ຫຼາຍກວ່າ​ເກົ່າ.

    ທ່ານ ວົງ​ເທບ ອ​າທາ​ໄກວັນ​ວະ​ຕີ ຮອງ​ເລ​ຂາ​ທິ​ການ​ໃຫຍ່​ທີ່​ຊີ້​ນຳ​ວຽກ​ງານ​ປະ​ຊາ​ຄົມ​ສັງ​ຄົມ​ວັດ​ທະ​ນະ​ທຳ​​ອາ​ຊຽນ ກ່າວ​ວ່າ, ຈີນ​ເປັນ​ຄູ່​ເຈ​ລະ​ຈາ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ອາ​ຊຽນ ແລະ​ໄດ້​ສະ​ໜັບ​ສະ​ໜູນ​ການ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ​ເປັນ​ເວ​ລາ​ດົນ​ນາ​ນ​ມາແລ້ວ, ສອງ​ຝ່າຍ​ໄດ້​ຮັບ​ໝາກ​ສຜົນ​ຈາກການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຊາວ​ໜຸ່ມ, ການ​ສຶກ​ສາ ແລະ​ການ​ທ່ອງ​ທ່ຽວ​​ຢ່າງຫຼວງຫຼາຍ. ຜູ້​ນຳ​ຊາວ​ໜຸ່ມ​ທີ່​ມາ​ຮ່ວມ​ປະ​ຊຸມ ລ້ວນ​ແຕ່​ເປັນ​ຜູ້​ຕາງ​ໜ້າ​ທີ່​ດີ​ເລີດ​ຂອງ​ຊາວ​ໜຸ່ມ​ອາ​ຊຽນ ເຊິ່ງຫວັງ​ວ່າ​ພວກ​ທ່ານ​ຈະ​ສາ​ມາດ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ, ສ້າງ​ມິດ​ຕະ​ພາບ, ​ແບກຫາບ​ພັນ​ທະ​ປະ​ຫວັດ​ສາດ​ເພື່ອ​ບັ​ນ​ລຸ​ຄວາມ​ກ້າ​ວ​ໜ້າ​ຂອງ​ອາ​ຊຽນ ແລະ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເພື່ອ​ຊຸກ​ຍູ້ສາຍ​ພົວ​ພັນ​ອາ​ຊຽນ-ຈີນ​ໃຫ້​ຂະ​ຫຍາຍ​ຕົວ​ກ້າວ​ໜ້າ​ຢ່າງ​ບໍ່​ຢຸດຢັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ