ຕຳ​ຫຼວດ​ຈີນ​-ກຳ​ປູ​ເຈຍ​ປະ​ສານ​ງານ​ກັນ​ມ້າງ​ຄະ​ດີ​ຫຼອກ​ຕົ້ມ​ທາງ​ເຄືອ​ຄ່າຍ​ໂທ​ລະ​ຄົມ
2017-07-29 14:18:52  cri 
ຫວ່າງ​ກ່ອນນີ້ບໍ່​ດົນ,ຕຳ​ຫຼວດ​ຈີນ-​ກຳ​ປູ​ເຈຍປະ​ສານ​ງານ​ກັນ​ຢ່າງ​ເຕັມ​ສ່ວນ,ໄດ້​ມ້າງ​ກຸ່ມ​ຕ້ອງ​ຫາ​ທີ່​ດຳ​ເນີນ​ການ​ຫຼອກ​ຕົ້ມ​ຜ່ານ​ທາງ​ເຄືອ​ຄ່າຍ​ໂທ​ລະ​ຄົມແລະ​ມີ​ສະ​ມາ​ຊິກ​ຈຳ​ນວນຫຼວງ​ຫຼາຍເຊິ່ງ​ຖື​ທ້າວ​ຫວາງ ຜູ້​ຕ້ອງ​ຫາ​ຄົນ​ໄຕ້​ຫວັນ​ຈີນ​ເປັນ​ຫົວ​ໂປ້ ຢູ່​ນະ​ຄອນ​ຫຼວງ​ພະ​ນົມ​ເປັນ​ຂອງ​ກຳ​ປູ​ເຈຍ, ໄດ້​ຈັບ​ຕົວ​ຜູ້​ຕ້ອງ​ຫາ​ທັງ​ໝົດ 106 ຄົນ.

ຕາມ​ຕຳ​ຫຼວດ​ຈີນ​ແຈ້ງ​ໃຫ້​ຮູ້​ວ່າ: ນັບ​ແຕ່​ເດືອນ​ກຸມ​ພາ​ປີນີ້​ເປັນ​ຕົ້ນ​ມາ, ຢູ່​ເຂດກວາງ​ອານ ເມືອງກວາງ​ອານ ແຂວງ​ເສ​ສວນ​ຈີນ​ໄດ້​ເກີດ​ມີ​ຄະ​ດີ​ຫຼອກ​ຕົ້ມ​ທາງ​ເຄືອ​ຄ່າຍ​ໂທ​ລະ​ຄົມ​ຫຼາຍ​ລາຍ, ຜູ້​ຕ້ອງ​ຫາ​ໄດ້​ທຳ​ທ່າ​​ຕົນ​ເອງເປັນ​ພະ​ນັກ​ງານອົງ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ ອົງ​ການໄອ​ຍະ​ການ​ແລະ​ຕຸ​ລາ​ການ ຫຼອກ​ຕົ້ມເອົາ​ເງິນ​ຈຳ​ນວນ​ຫຼວງ​ຫຼາຍ. ເພື່ອ​ແກ້​ໄຂ​ເລື່ອງນີ້,ອົງ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຂວງ​ເສ​ສວນແລະ​ພະ​ແນກ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ເມືອງກວາງ​ອານ​ໄດ້​ຈັດ​ຕັ້ງ​ໜ່ວຍ​ງານ​ສະ​ເພາະ​ເພື່ອ​ມ້າງ​ຄະ​ດີ, ຜ່ານ​ການ​ສືບ​ສວນ​ຢ່າງ​ລຳ​ບາກ​ເປັນ​ເວ​ລາ 2 ເດືອນ​ປາຍ, ໃນ​ຂະ​ນະ​ທີ່​ໄດ້​ຈັບ​ຕົວ​ຜູ້​ຕ້ອງ​ຫາສຳ​ຄັນ 18 ຄົນ​ແລ້ວ, ໄດ້​ຮູ້​ແຈ້ງວ່າ ​ສະ​ຖານ​​ທີ່​ດຳ​ເນີນ​ການຫຼອກ​ຕົ້ມ​​ຂອງກຸ່ມ​ຕ້ອງ​ຫາຢູ່​ພະ​ນົມ​ເປັນ.

ວັນ​ທີ 21 ມິ​ຖຸ​ນາ​ປີນີ້, ພາຍ​ໃຕ້​ການ​ບັນ​ຊາ​ການ​ໂດຍ​ກົງ​ຂອງ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບຈີນ, ໜ່ວຍ​ງານ​ສະ​ເພາະໄດ້ຮ່ວມ​ກັບ​ອົງ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຂວງ​ເຫີ​ນານ​ແລະ​ແຂວງ​ຫູ​ນານເດີນ​ທາງ​ໄປ​ກຳ​ປູ​ເຈຍ​ເພື່ອ​ໂຈມ​ຕີ​ກຸ່ມ​ຕ້ອງ​ຫາ​ຢູ່​ຕ່າງ​ປະ​ເທດ.

ພາຍ​ໃຕ້​ການ​ຊ່ວຍ​ເຫຼືອຈາກ​ຕຳ​ຫຼວດ​ກຳ​ປູ​ເຈຍ, ໜ່ວຍ​ງານ​ທີ່​ໄປ​ເຮັດ​ວຽກ​ຢູ່​ກຳ​ປູ​ເຈຍ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຈັບ​ຜູ້​ຕ້ອງ​ຫາ​ສອງ​ເທື່ອ, ຈັບ​ຕົວ​ຜູ້​ຕ້ອງ​ຫາ 106 ຄົນ, ໃນ​ນັ້ນ, ມີ​ຜູ້​ຕ້ອງ​ຫາທີ່​ເປັນ​ຄົນ​ໄຕ້​ຫວັນ​ຈີນ 7 ຄົນ, ມ້າງ​ສະ​ຖານ​ທີ່ດຳ​ເນີນ​ການ​ຫຼ​ອກ​ຕົ້ມ 3 ແຫ່ງ ແລະ​ຍຶດ​ເອົາເຄື່ອງ​ມືເຮັດ​ວຽກ​ແລະ​ຫຼັກ​ຖານ​ເອ​ເລັກ​ໂຕຼນິກ​ຈຳ​ນວນ​ຫຼວງ​ຫຼາຍ. ຜູ້​ຕ້ອງ​ຫາ​ເຫຼົ່າ​ນີ້​ໄດ້​ຖືກ​ສົ່ງ​ກັບ​ປະ​ເທດ​ຈີນ​ໂດຍ​ແບ່ງ​ເປັນ​ງວດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ