ຈີນ​ທວງ​ໃຫ້​ສ​ປ​ປ​ເກົາ​ຫຼີ​​ເຄົາ​ລົບ​ມະ​ຕິຕົກ​ລົງ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ
2017-07-29 16:35:42  cri 
​ກ່ຽວ​ກັບ​ເລື່ອງ​ສ​ປ​ປ​ເກົາ​ຫຼີ​ປະ​ກາດ​ວ່າ​ໄດ້​ຍິງ​ສົ່ງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຂ້າມ​ທະ​ວີບ​ຢ່າງ​ສຳ​ເລັດ​ຜົນ​ອີກ​ຄັ້ງ​ໜຶ່ງ,ວັນ​ທີ 29 ກໍ​ລະ​ກົດນີ້ ທ່ານ​ເກີງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ວ່າ, ຈີນ​ທວງ​ໃຫ້​ສ​ປ​ປ​ເກົາ​ຫຼີ​ຈົ່ງ​ເຄົາ​ລົບ​ມະ​ຕິ​ຕົກ​ລົງທີ່​ກ່ຽວ​ຂ້ອງ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ, ຢຸດ​ຕິ​ໃຊ້​ການ​ເຄື່ອນ​ໄຫວ​ທີ່​ອາດ​ຈະ​ເຮັດ​ໃຫ້​ສະ​ຖາ​ນະ​ການ​ແຫຼມ​ເກົາ​ຫຼີ​ເຄັ່ງ​ຕຶງ​ຂຶ້ນ​ຕຶ່ມ​ອີກ. ພ້ອມ​ກັນ​ນັ້ນ ກໍ​ຫວັງ​ໃຫ້​ທຸກ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຈົ່ງ​ມີ​ການ​ກະ​ທຳ​ທີ່​ລະ​ມັດ​ລະ​ວັງ,ເພື່ອຫຼີກ​ເວັ້ນ​ບໍ່​​ໃຫ້​ສະ​ຖາ​ນະ​ການເຄັ່ງຕຶງ​ຂຶ້ນ​ຕື່ມ​ອີກ, ຮ່ວມ​ກັນປົກ​​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​​ສະ​ຖຽນ​ລະ​ພາບຂອງ​ພາກ​ພື້ນ​ແຫ່ງນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ