ທ່ານ​ນາງ​ລິວ​ຢຽນ​ຕົງ ຮອງ​ນາ​ຍົກ​ຈີນ​ພົບປະກັບ​ທ່ານ​ສອນ​ໄຊ​ ຮອງ​ນາ​ຍົກ​ລາວ
2017-07-29 16:53:11  cri 
ວັນ​ທີ 28 ກໍ​ລະ​ກົດ​ນີ້, ທ່ານ​ນາງ​ລິວ​ຢຽນ​ຕົງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ສອນ​ໄຊ ສີ​ພັນ​ດອນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ທີ່​ໄປ​ເຂົ້າ​ຮ່ວມ​ກິດ​ຈະ​ການ​ສັບ​ປະ​ດາ​ແລກ​ປ່ຽນ​ດ້ານ​ການ​ສຶກ​ສາ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ຄັ້ງ​ທີ 10 ຢູ່​ນະ​ຄອນ​ກຸ້ຍ​ຢາງ​ແຂວງ​ກຸ້ຍ​ໂຈ່ວ​ຈີນ.

ທ່ານ​ນາງ​ລິວຢຽນ​ຕົງ​​ກ່າວ​ວ່າ, ສອງ​ຝ່າຍ​ຕ້ອງ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ຮັບ​ຮູ້​​ທີ່​ເປັນ​ເອ​ກະ​ພາບ​ກັນ​ອັນສຳ​ຄັນ​ລະ​ຫວ່າງປະ​ມຸກ​ລັດ​ຈີນ​ລາວກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ທາງ​ຍຸດ​ທະ​ສາດ, ເຮັດໃຫ້​ທັງ​ສອງ​ຝ່າຍ​ມີ​ຜົນ​ປະ​ໂຫຍດຮ່ວມ​ຫຼາຍກວ່າ​ເກົ່າ, ມີ​ການ​ໄປ​ມາ​ຫາ​ສູ່​ກັນ​ດ້ານວັດ​ທະ​ນະ​ທຳ​ໃຫ້​ແໜ້ນ​ແຟ້ນ​ຂຶ້ນ,ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ລາວ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່, ຈີນ​ຍິນ​ດີ​ຮ່ວມ​ກັບ​​ລາ​ວຊຸກ​ຍູ້ການ​ແລ​ກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​, ເພື່ອເຮັດ​ໃຫ້​ມັນ​ພ້ອມ​ກັນ​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ການ​ເມືອງ​ແລະ​ການ​ຮ່ວມ​ມື​ທາງ​ເສດ​ຖ​ະ​ກິດ​ການ​ຄ້າ ກາຍ​ເປັນ 3 ​ເສົາ​ຄ້ຳ​ໃຫຍ່ແຫ່ງ​ການ​ພົວ​ພັນ​ລະ​ຫວ່າ​ງ​ຈີນ​ກັບ​ອາ​ຊຽນ.

ທ່ານ​ສອນ​ໄຊ​ກ່າ​ວ​ວ່າ ຍິນ​ດີ​​ທຳ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັບ​ຈີນ, ເພື່ອຊູກ​ຍູ້ໃຫ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ລະ​ຫວ່າງ​ສອງ​ຊາດ​ລາວ​ຈີນ​ແລະ​​ລະ​ຫວ່າງ​ອາ​ຊຽນກັບ​ຈີນ​ ເຊັ່ນ:ການ​ແລກ​ປ່ຽນດ້ານ​ວັດ​ທະ​ນະ​ທຳ​ມະ​ນຸດ​ແລະ​ອື່ນໆ​ກ້າວ​ໄປ​ສູ່​ລວງ​ເລິກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ