ໄຂ​ກິດ​ຈະ​ການ​ສັບ​ປ​ະ​ດາ​ແລ​ກ​ປ່ຽນດ້ານ​ການ​ສຶ​ກ​ສາ​ຈີນ​ອາ​ຊຽນ​ຄັ້ງ​ທີ10
2017-07-29 17:06:39  cri 
ພິ​ທີໄຂ​ກິດ​ຈະ​ການ​ສັບ​ປ​ະ​ດາ​ແລ​ກ​ປ່ຽນ​ດ້ານ​ການ​ສຶ​ກ​ສາ​ຈີນ​ອາ​ຊຽນ​ຄັ້ງ​ທີ10ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ກຸ້ຍ​ຢາງ​ຂອງ​ຈີນ​ໃນ​ວັນ​ທີ 28 ກໍ​ລະ​ກົດ​ນີ້. ທ່ານ​ນາງ​ລິວ​ຢຽນ​ຕົງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ເຂົ້າ​ຮ່ວມ​ແລະ​ກ່າວ​ຄຳ​ປາ​ໄສ​​ເພື່ອ​ບັນ​ລະ​ຍາຍ​ຈຸດ​ປະ​ສົງ.

ກິດ​ຈະ​ການ​ດັ່ງ​ກ່າວນີ້​ມີ​ຫົວ​ຂໍ້​ວ່າ "ເກາ​ະ​ແຂນ​ກັນ10ປີ​ເພື່ອ​ການ​ສຶກ​ສາ, ສ້າງ​ບົດ​ໃໝ່​ແຫ່ງ ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ໂດຍມີ​ແຂກ​ຈີນ​ແລະ​ຕ່າງ​ປະ​ເທດ​ຫຼາຍ​ກວ່າ 1300 ຄົນ​ເຂົ້າ​ຮ່ວມ.

ທ່ານ​ນາງ​ລິວ​ຢຽນ​ຕົງ​ກ່າວ​ວ່າ, ປີນີ້​ແມ່ນ​ປີ​ສະ​ຖາ​ປະ​ນາ​ອາ​ຊຽນ​ຄົບ​ຮອບ 50 ປີ. ຈີນໃຫ້​​ບູ​ລິ​ມະ​ສິດ​ແກ່​ການ​ຂະ​ຫຍາຍ​ການ​ພົວ​ພັນ​ກັບ​ອາ​ຊຽນຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ມີ​ການ​ຂະ​ຫຍາຍ​ຕົວ​ຢ່າງ​ຫຼວງ​ຫຼາຍ, ແລະ​ໄດ້ກາຍ​ເປັນ​ການ​ພົວ​ພັນ​ແບບ​ໜຶ່ງ​ທີ່​ມີ​ເນື້ອ​ໃນ​ຫຼາຍ​ທີ່​ສຸດ​ແລະ​ມີ​ພະ​ລັງ​ຊີ​ວິດ​ຫຼາຍ​ທີ່​ສຸດໃນ​ການ​ພົວ​ພັນຄູ່​ຮ່ວມ​ມື​​ຫຼາຍຮູບ​ແບບ​ລະ​ຫວ່າງ​ປະ​ເທດ​ອາ​ຊຽນ. ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ພວມ​ກ້າວ​ຈ​າກ​ໄລ​ຍະ​ເຕີບ​ໃຫຍ່​ກ້​ເຂົ້າ​ສູ່ໄລ​ຍະ​ສຸກງອມ, ​ໄດ້​ຢູ່​ເໜືອຂອບ​ເຂດ​ການ​ພົວ​ພັນ​ສອງ​ຝ່າຍ, ​ແລະ​ມີ​ຄວາມ​ໝາຍ​ພາກ​ພື້ນກໍ​ຄືທົ່ວ​ໂລກ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.

ທ່ານ​ນາງ​ລີວຢຽນ​ຕົງ​ກ່າວ​ວ່າ, ກິດ​ຈະ​ການ​ສັບ​ປະ​ດາ​ແລກ​ປ່​ຽນ​​ດ້ານການ​ສຶກ​ສາ​ຈີນ-ອາ​ຊຽນ​ຈັດ​ຂຶ້ນ​ມາ​ເປັນ​ເວ​ລາ 10 ປີ, ​ໄດ້ກາຍ​ເປັນ​ເວ​ທີຍອດ​ຢ້ຽມ​ແຫ່ງ​ການ​ຮ່ວມ​ມື​​ດ້ານການ​ສຶກ​ສາ​ແລະ​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ, ​ແລະ​ໄດ້​ກາຍ​ເປັນ​​ຂົວ​ທີ່​ໝັ້ນ​ຄົງລະ​ຫວ່າງສອງ​ຝ່າຍ​ໃນ​ການ​ຖອດ​ຖອນ​ບົດ​ຮຽນເຊິ່ງ​ກັນ​ແລະ​ກັນ ແລະ​ດຳ​ເນີນ​ການ​ຮ່ວມ​ມື​​ທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ. ຢືນ​ຢູ່​ຈຸດ​ເລີ່ມ​ຕົ້​ນ​ໃໝ່, ສອງ​ຝ່າຍ​ຄວນ​ເອົາ​ໃຈ​ໃສ່​ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່ອ​ວ່າຍ​ໜ້າ​ໄປ​ສູ່​ສັນ​ຕິ​ພາບ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​, ເປີດກວ້າງ​ຊ່ອງ​ທາງການ​ຮ່ວມ​ມື​ໃນ​ຂົງ​ເຂ​ດ​ຕ່າງໆ,​ປົ່ມ​ເພາະ​ພື້ນ​ຖານ​ປະ​ຊາ​ມະ​ຕິ​ສັງ​ຄົມ​ທີ່​ຮ່ວມ​ມື​​ຢ່າງ​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ. ຄວນ​ໝູນ​ອ້ອມ​ການ​ສ້າງ​ສາ​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ​ມາ​ຊຸກ​ຍູ້​ການ​ເຊື່ອມ​ຕໍ່ທາງ​ຍຸດ​ທະ​ສາດ, ປັບ​ປຸງ​ເວ​ທີ​ການ​ແລກ​ປ່ຽນດ້ານ​ການ​ສຶ​ກ​ສາ​ຈີນ-ອາ​ຊຽນ​ໃຫ້​ດີ​ຂຶ້ນ, ເພີ່ມ​ທະ​ວີ​ການ​ອົບ​ຮົມ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ, ລົງ​ເລິກ​ການ​ຮ່ວມ​ມື​ຂອງ​ຄັງ​​ປັນ​ຍາ, ດຳ​ເນີນ​ການ​​ຄົ້ນ​ຄວ້າຮ່ວມ, ປະ​ກອບ​ສ່ວນ​ອັນ​ໃໝ່​ເຂົ້າ​ໃນ​ການ​ສ້າງ​ປະ​ຊາ​ຄົມ​ຊະ​ຕະ​ກຳ​ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ, ແລະ​ສ້າງ​ອີກ 10 ປີ​ທີ່​ມີ​ຄວາມ​ສະ​ຫງ່າງາມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ