ທ່ານສີຈິ້ນຜິງຕ້ອນຮັບການເຂົ້າຢ້ຽມຄຳນັບຂອງຫົວໜ້າຄະນະຜູ້ແທນຕ່າງປະເທດຕ່າງໆທີ່ເດີນທາງມາຈີນເພື່ອເຂົ້າຮ່ວມກອງປະຊຸມຜູ້ແທນຊັ້ນສູງວຽກງານຄວາມໝັ້ນຄົງຂອງປະເທດບຼິຄສຄັ້ງທີ 7
2017-07-29 17:38:56  cri 

ຕາມຂ່າວCRI: ວັນທີ 28ກໍລະດົດນີ້ທ່ານສີຈິ້ນຜິງປະທານປະເທດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງຫົວໜ້າຄະນະຜູ້ ແທນຕ່າງປະເທດຕ່າງໆທີ່ເດີນທາງມາຈີນເພື່ອເຂົ້າຮ່ວມກອງປະຊຸມຜູ້ແທນຊັ້ນສູງດ້ານວຽກງານ ຄວາມໝັ້ນຄົງຂອງປະເທດບຼິກສ໌ຄັ້ງທີ 7 ຢູ່ຫໍປະຊຸມປະຊາຊົນທີ່ນະຄອນຫຼວງປັກກິ່ງຂອງຈີນ.

ທ່ານສີຈິ້ນຜີງໄດ້ສະແດງຄວາມຊົມເຊີຍ​ຕໍ່ກອງປະຊຸມຜູ້ແທນຊັັ້ນສູງດ້ານວຽກງານຂອງປະເທດບຼິຄສຄັ້ງທີ 7 ທີ່ໄດ້ຈັດຂຶ້ນຢ່າງ​ສຳ​ເລັດ​ຜົນ, ໄດ້ຢືນຢັນຕໍ່ຄວາມຮັບຮູ້ທີ່​ເປັນ​ເອ​ກະ​ພາບກັນທີ່ບັນລຸໃນກອງປະຊຸມແລະການກະກຽມທາງ​ການ​ເມືອງ​ທີ່ສຳຄັນເພື່ອການພົບປະລະຫວ່າງບັນດາຜູ້ນຳຂອງປະເທດບຼິກສ໌ທີ່ຈະ​ຂັດ​ຂຶ້ນຢູ່ນະຄອນເຊ້ຍເມີນ. ທ່ານສີຈິ້ນຜີງຊີ້ອອກວ່າ, ການເພີ່ມທະວີການຮ່ວມມືລະຫວ່າງປະເທດບຼິກສ໌,​ບໍ່ພຽງແຕ່ໄດ້ປົກປ້ອງແລະຂະ​ຫຍາຍຜົນປະໂຫຍດຂອງ 5 ປະເທດ, ພວກ​ເຮົາ​ເທົ່າ​ນັ້ນກໍໄດ້ດຳເນີນການສຳຫຼວດທີ່ມີຄວາມໝາຍເພື່ອສ້າງສາພົວພັນສາກົນແບບໃໝ່. ໂດຍປະເຊີນໜ້າກັບສະຖານະການດ້ານການເມືອງ, ເສດຖະກິດ, ຄວາມໝັ້ນຄົງທີ່​ສັບ​ສົນ​ຂອງ​ໂລກ,​ ແລະພິຈາລະນາເຖິງຄວາມຮຽກຮ້ອງຕ້ອງການໂດຍທົ່ວ​ໄປດ້ານການແລກປ່ຽນແລະຮ່ວມມືຂອງປະຊາຊົນປະເທດບຼິກສ໌, ການຮ່ວມມືດ້ານເສດຖະກິດ​ແລະ​ການທະນາຄານ,​ການແລກປ່ຽນຖອດຖອນບົດຮຽນດ້ານວັດທະນະທຳ, ການຕິດ​ຕໍ່ປະສານງານດ້ານຄວາມໝັ້ນຄົງຕ້ອງໄດ້ຮັບການຊຸກ​ຍູ້​ໃຫ້​ກ້າວ​ໄປ​ໜ້າ​ພ້ອມ​ກັນ,​ ແລ້ວເສັ້ນທາງການພັດທະນາຂອງປະເທດບຼິກສ໌ຈຶ່ງຈະນັບມື້ນັບກວ້າງຂວາງກວ່າເກົ່າ, ບາດ​ກ້າວ​ຈຶ່ງ​ຈະ​ໜັກ​ແໜ້ນ​ແລະ​ເດີນ​ໄກ​ໄດ້.

ທ່ານສີຈິ້ນຜີງ​ຍັງກ່າວເນັ້ນວ່າ, ຈີນສະເໜີໃຫ້ປະຊາຄົມໂລກພະຍາຍາມຮ່ວມກັນ, ຊຸກຍູ້ໃຫ້ເສດຖະກິດໂລກມີ​ການພັດທະນາແບບຍືນຍົງ, ຊຸກຍູ້ໃຫ້ ເສດຖະກິດໂລ​ກາ​ພິ​ວັດ​ຂະ​ຫຍາຍ​ໄປ​ສູ່​ທິດ​ທາງ​ທີ່​ຍຸດ​ຕິ​ທຳ​, ເຊື່ອມ​ໂຍງ​ເຂົ້າ​ກັນແລະຍືນຍົງ, ແລະແກ້ໄຂບັນ​ຫາ​ທົ່ວ​ໂລກ​ຈາກ​ດ້ານ​ພື້ນ​ຖານ​ເຊັ່ນລັດທິກໍ່ການຮ້າຍແລະ​ອື່ນໆດ້ວຍການພັດທະນາ. ​ທະ​ແນມແຕ່ພວກເຮົາຍຶດຖືນ້ຳໃຈບຼິກສ໌ໄຂ​ປະ​ຕູ, ເຊື່ອມ​ໂຍງ​ເຂົ້າ​ກັນ,​ຮ່ວມມືກັນແລະຕ່າງຝ່າຍຕ່າງມີຜົນປະໂຫຍດ, ຮ່ວມມືສ້າງສາການພົວພັນຄູ່ຮ່ວມມືບຼິຄສຢ່າງແໜ້ນແຟ້ນກວ່າເກົ່າ, ກໍ່ຈະມີ 10 ປີຄຳອັນທີ 2 ດ້ານການຮ່ວມມືຂອງປະເທດບຼິຄສ.

ຫົວໜ້າຄະນະຜູ້ແທນຂອງປະເທດຕ່າງໆໄດ້ຝາກຄວາມຢື້ຢາມຖາມຂ່າວຢ່າງຈິງໃຈຈາກຜູ້ນຳຂອງປະເທດຕົນຕໍ່ທ່ານສີິຈິ້ນຜິງ,          ກ່າວວ່າ,​ພາຍໃຕ້ສະຖານະການໃນປະຈຸບັນ, ປະເທດບຼິຄສຕ້ອງການການເພີ່ມທະວີການຮ່ວມມືແບບສາມັກຄີ, ຮ່ວມກັນຮັບມືກັບການຫັນເປັນທົ່ວໂລກຢ່າງກົງກັນຂ້າມ,​ລັດທິກໍ່ການຮ້າຍແລະການທ້າທາຍໃນຂົງເຂດເສດຖະກິດແລະຄວາມໝັ້ນຄົງ,​ ຍົກສູງຜົນສະທ້ອນໃນວຽກງານໂລກຂອງປະເທດບຼິຄສ.​ ບັນດາປະເທດໄດ້ສະແດງຄວາມພໍໃຈນຳຜົນສຳເລັດທີ່ໄດ້ຮັບໃນກອງປະຊຸມຜູ້ແທນຊັ້ນສູງດ້ານວຽກງານຄວາມໝັ້ນຄົງຂອງປະເທດບຼິຄສຄັ້ງທີ 7,​ ກ່າວເນັ້ນວ່າຈະສະໜັບສະໜູນຕໍ່ຂໍ້ລິເລີ່ມເພື່ອເພີ່ມທະວີການຮ່ວມມືໃນຂົງເຂດທີ່ກວ້າງຂວາງຂອງຈີນໃນຖານະເປັນປະເທດປະທານໝູນວຽນ, ຍິນດີປະສານງານຢ່າງໃກ້ຊິດກັບຈີນ, ຮັບປະກັນໃຫ້ການພົບປະລະຫວ່າງຜູ້ນຳປະເທດບຼິຄສທີ່ຈະຈັດຂຶ້ນຢູ່ນະຄອນເຊ້ຍເມີນປີນີ້ຈະໄດ້ຮັບຜົນສຳເລັດຢ່າງຕັ້ງໜ້າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ