ເກີດ​ເຫດ​ລະ​ເບີດ​ຢູ່​ໂຮງ​ງານ​ຜະ​ລິດ​ເຂົ້າ​ໜົມ​ແຫ່ງ​ໜຶ່ງ​ຢູ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ​ຫວຽດ​ນາມ​ເຮັດ​ໃຫ້ 8 ຄົນ​ເສຍ​ຊີ​ວິດ
2017-07-30 14:55:02  cri 
ໂຮງ​ງານ​ຜະ​ລິດ​ເຂົ້າ​ໜົມ​ແຫ່ງ​ໜຶ່ງ​ຢູ່​ນະ​ຄ​ອນຫຼວງ​ຮ່າ​ໂນ້ຍ​ປະ​ເທດ​ຫວຽດ​ນາມ​ໄດ້​ເກີດ​ເຫດ​ລະ​ເບີດ​ໃນ​ວັນ​ທີ 29 ກໍ​ລະ​ກົດ​ນີ້ ເຊິ່ງ​ປັດ​ຈຸ​ບັນ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 8 ຄົນ, ບາດ​ເຈັບສາ​ຫັດ 2 ຄົນ. ສື່ມວນ​ຊົນ​ຫວຽດ​ນາມ​ລາຍ​ງານ​ວ່າ: ໂຮງ​ງານ​ທີ່​ເກີດ​ເຫດກວມ​ເນື້ອ​ທີ່​ປະ​ມານ 170 ຕາ​ແມັດ, ການ​ລະ​ເບີດ​ເຮັດ​ໃຫ້​ເກີດ​ໄຟ​ໄໝ້​ແຮງ, ເວ​ລາ​ນັ້ນ, ເຈົ້າ​ຂອງ​ໂຮງ​ງານ​ພ້ອມ​ກຳ​ມະ​ກອນ​ສ່ວນ​ໜຶ່ງ​ກຳ​ລັງ​ພັກ​ຢູ່​ໃນ​ໂຮງ​ງານ ແລະ​ເນື່ອງ​ຈາກ​ປະ​ຕູ​ຂອງ​ໂຮງ​ງານ​ໃສ່​ກະ​ແຈ​ໄວ້​ຢ່າງ​ແໜ້ນ, ຄົນ​ໃນ​ໂຮງ​ງານ​ຈິ່ງ​ຍາກ​ທີ່​ຈະໜີ​ອອກ​ມາ​ໄດ້.

ຜົນ​ການ​ສືບ​ສວນ​ເບື້ອງ​ຕົ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ: ກຳ​ມະ​ກອນ​ຈອດ​ໂລ​ຫະ​​ຜູ້​ໜຶ່ງທີ່​​ກຳ​ລັງເຮັດ​ວຽກ​ສ້ອມ​ແປງ​ໃນ​ໂຮງ​ງານ​ນັ້ນ​ປະ​ຕິ​ບັດ​ການ​ບໍ່​ຖືກ​ຕ້ອງ​ຈິ່ງ​ເຮັດ​ໃຫ້​ເກີດ​ເຫດ​ລະ​ເບີດ​ຄັ້ງ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ