ຈີນຈັດພິ​ທີ​ສວນ​ສະ​ໜາມ​ສະຫຼອງວັນ​ຄົບ​ຮອບ 90 ປີ​ຂອງ​ການ​ສ້າງ​ຕັ້ງ​ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ
2017-07-30 15:02:03  cri 
ພິ​ທີ​ສວນ​ສະ​ໜາມ​ສະຫຼອງວັນ​​ຄົບ​ຮອບ90ປີ​ຂອງ​ການສ້າງ​ຕັ້ງ​ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນໄດ້​ຈັດ​ຂຶ້ນ​ຢູ່​ຖານ​ຝຶກ​ຊ້ອມ​ຈູ່​ຢື້​ເຮີ ເຂດ​ປົກ​ຄອງ​ຕົນ​ເອງ​ມົງ​ໂກ​ໃນ ສ​ປ ຈີນ​ໃນ​ເວ​ລາ 9 ໂມງ​ຂອງວັນ​ທີ 30 ກໍ​ລະ​ກົດ​ນີ້​ໂດຍ​ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ,ປະ​ທານ​ຄະ​ນະ​ກຳ​ມ​ະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ກວດ​ແຖວ​ສາມ​ເຫຼົ່າ​ທັບ​ທັງ​ກ່າວ​ປາ​ໄສ​ໃນ​ພິ​ທີ​ດັ່ງ​ກ່າວ.

ນີ້​ເປັນ​ເທື່ອ​ທຳ​ອິດ​ທີ່​ຈີນຈັດ​ພິ​ທີ​ສວນ​ສະ​ໜາມ​ຢ່າງ​ຍິ່ງ​ໃຫຍ່ໂດຍ​ເນັ້ນ​ການສະຫຼອງວັນ​ສ້າງ​ຕັ້ງ​ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ ຫຼັງ ​ສ​ປ ຈີນ​ສະ​ຖາ​ປະ​ນາ​ຂຶ້ນ​ໂດຍ​ກຳ​ລັງ​ທະ​ຫານ​ໄດ້​ເດີນ​ສະ​ໜາມ​ຢ່າງ​ສະ​ຫງ່າ​ຜ່າ​ເຜີຍ​ໃນ​ທ່າ​ກຽມພ້ອມ​ສູ້​ຮົບ​ເພື່ອ​ຮັບ​ການກວດ​ກາ​ຈາກ​ພັກ​ແລະ​ປະ​ຊາ​ຊົນ​.

ພິ​ທີ​ສວນ​ສະ​ໜາມ​ເທື່ອ​ນີ້​ມີ​ນາຍ​ແລ​ະ​ພົນ​ທະ​ຫານ 10000 ກວ່າ​ຄົນ​ເຂົ້າ​ຮ່ວມ, ​ຍົນ​ 129 ລຳ​ແລະ​ອາ​ວຸດ​ຍຸດ​ໂທ​ປະ​ກອນ 571 ​ຊຸດເຂົ້າ​ຮ່ວມ ໃນ​ນີ້ ອາ​ວຸດ​ຍຸດ​ໂທ​ປະ​ກອນ 40% ​ແມ່ນ​ເປີດ​ຕົວ​​ໃຫ້​ທົ່ວ​ໂລກ​ໄດ້​ເຫັນເປັນ​ເທື່ອ​ທຳ​ອິດ.

ການ​ເດີນ​ສວນ​ສະ​ໜາມ​ໄດ້​ເລີ່ມ​ຂຶ້ນ​ໂດຍ​ມີກ້ອນ​ກຳ​ລັງ​ປ້ອງ​ກັນ​ທຸງ, ກຸ່ມ​ຍົນ​ສູ້​ຮົບ​ທີ່​ບິນ​ໃນ​ຮູບ​ແຖວ​ປະ​ກອບ​ເປັນ​ເຄື່ອງ​ໝາຍລະ​ນຶກວັນຄົບ​ຮອບ  90 ປີ​ຂອງ​ການ​ສ້າງ​ຕັ້ງ​ກອງ​ທັບ​ ພ້ອມ​ດ້ວຍ​ກຸ່ມ​ກ້ອນ​ກຳ​ລັງ​ສູ້​ຮົບ 9 ກຸ່ມ​ຄືກອງ​ກຳ​ລັງ​ສູ້​ຮົບ​ເທິງ​ບົກ, ສູ້​ຮົບ​ດ້ານ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ, ກອງ​ຕີ​ພິ​ເສດ,ກອງ​ປ້ອງ​ກັນ​ອາ​ກາດ​ຕ້ານ​ລູກ​ສອນ​ໄຟ,ສູ້​ຮົບ​ທາງ​ທະ​ເລ, ທາງ​ອາ​ກາດ, ພະ​ລາ​ທິ​ກ​ານ​ສັງ​ລວມ, ຕ້ານ​ການ​ກໍ່​ການ​ຮ້າຍ​ເພື່ອ​ຮັກ​ສາ​ຄວາມ​ສະ​ຫງົບ​ແລະກອງ​ກຳ​ລັງ​ໂຈມ​ຕີ​ທາງ​ຍຸດ​ທະ​ສາດ.

ຫຼັງ​ຮັບ​ການກວດ​ແຖວ​ແລ້ວ, ນາຍ​ແລະ​ພົນ​ທະ​ຫານ​ສາມ​ເຫຼົ່າ​ທັບ​ໄດ້​ໂຮມ​ສູນ​​ຢູ່​ໜ້າ​ແທ່ນ​ກຽດ​ຕິ​ຍົດຢ່າງວ່ອງ​ໄວ​ເພື່ອ​ຮັບ​ຟັງ​ການ​ປາ​ໄສ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ. ເວ​ລາ​ຈົບ​ປາ​ໄສໄດ້​ມີ​ສຽງ​ຕົບ​ມື​ດັງ​ຂຶ້ນ​ຢ່າງ​ຟົດ​ຟື້ນ, ຈາກ​ນີ້, ພິ​ທີ​ສວນ​ສະ​ໜາມ​ທີ່​ຍິ່ງ​ໃຫຍ່​ແລະ​ສະ​ຫງ່າ​ຜ່າ​ເຜີຍ​​ກໍ​ໄດ້​ສິ້ນ​ສຸດ​ລົງ​ດ້ວຍ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ