ພິ​ທີ​ສວນ​ສະ​ໜາມເພື່ອ​ສະຫຼອງວັນ​ຄົບ​ຮອບ90ປີ​​ຂອງ​ການສ້າງ​ຕັ້ງ​ກອ​ງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ ​ບໍ່​​ໄດ້​ກ່ຽວ​ພັນ​ເຖິງ​ສະ​ຖາ​ນະ​ການ​ເຂດ​ອ້ອມ​ຂ້າງ​ປະ​ເທດ​ຕົນ
2017-07-30 15:13:21  cri 
ໂອ​ກາດ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ພິ​ທີ​ສວນ​ສະ​ໜາມ​​ເພື່ອສະຫຼອງວັນ​ຄົ​ບ​ຮອບ 90 ປີ​ຂອງ​ການ​ສ້າງ​ຕັ້ງ​ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ 1 ສິງ​ຫາ ໃນ​ວັນ​ທີ 30 ກໍ​ລະ​ກົດ​ນີ້, ທ່ານ​ເຢິນ​ໂກ​ສຽງ ໂຄ​ສົກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ຢື​ນ​​ຢັນ​ວ່າ ພິ​ທີ​ສວນ​ສະ​ໜາມ​​ເທື່ອ​ນີ້ບໍ່​ໄດ້​ເຮັດ​ຕາມ​ພິ​ທີ​ສວນ​ສະ​ໜາມ​ທຸກ​ຄັ້ງຜ່ານ​ມາ, ຫາກ​ຈັດ​ຕັ້ງ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ແບບ​ສູ້​ຮົບ​ກາງ​ສະ​ໜາມ​ໂດຍ​ອາ​ວຸດ​ຍຸດ​ໂທ​ປະ​ກອນ​​ຕ່າງໆ​ບໍ່​ໄດ້​ຕົບ​ແຕ່ງ​ແຕ່​ຢ່າງ​ໃດ​ເພື່ອ​ພະ​ຍາ​ຍາມຫຼຸດ​ຜ່ອນ​ປັດ​ໄຈ​ທີ່​ບໍ່​ກ່ຽວ​ຂ້ອງ​ກັບ​​ການສູ້​ຮົບ​ຕົວ​ຈິງ. ການ​ຊ້ອມ​ຮົບ​ແບບ​ສູ້​ຮົບ​ຕົວ​ຈິງ​ຂອງກອບ​ທັບ​ແມ່ນ​ປະ​ຕິ​ບັດ​ຕາມ​ແຜນ​ຝຶກ​ຊ້ອມ​ປະ​ຈຳ​ປີ ເຊິ່ງ​ບໍ່​ໄດ້​ກ່ຽວ​ພັນ​ເຖິງສະ​ຖາ​ນະ​ການ​​ຢູ່​ເຂດອ້ອມ​ຂ້າງ​ປະ​ເທດ​ຕົນ.

ທ່ານ​ເຢິນ​ໂກ​ສຽງ​ກ່າວ​​ຕື່ມວ່າ ພິ​ທີ​ສວນ​ສະ​ໜາມ​ໄດ້​ຈັດ​ຂຶ້ນ​ຢູ່​ສະ​ໜາມ​ຊ້ອມ​ຮົບ​ຂອງ​​ຖານຝຶກ​ຊ້ອມ​ຈູ່​ຢື້​ເຮີ ເຂດ​ປົກ​ຄອງ​ຕົນ​ເອງ​ມົງ​ໂກ​ໃນ​ໂດຍ​ເນັ້ນ​ສະ​ພາບ​ແວ​ດ​ລ້ອມ​ສູ້​ຮົບ​ຕົວ​ຈິງ​ແລະ​ສ້າງ​ບັນ​ຍາ​ກາດ​ສະ​ໜາມ​ຮົບ. ສ່ວນ​ໃນ​ດ້ານ​ການ​ຈັດ​ຕັ້ງ​ກຳ​ລັງ​ເດີນ​ສະ​ໜາມກໍ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ການ​ຈັດ​ສັນ​ກຳ​ລັງ​ປະ​ສົມ​ເຫຼົ່າ​ທັບ​ເຫຼົ່າ​ຮົບ​ແບບ​ໃໝ່​ແລະ​​ການ​ນຳ​ໃຊ້​ໃນການ​ສູ້​ຮົບ​ ເຊິ່ງ​ເປັນ​ການ​ທົດ​ລອງ​ທີ່​ມີ​ປະ​ໂຫຍດ​ໃນ​ການ​ສູ້​ຮົບ​ຮ່ວມ​ຂອງກອງ​ທັບຫຼັງ​ປະ​ຕິ​ຮູບ.

ທ່ານ​ເຢິນ​ໂກ​ສຽງ​ຍັງ​ໄດ້​ແນະ​ນຳ​ສະ​ພາບ​ກ່ຽວ​ກັບ​ກອງ​ທັບ​ແລະ​ອາ​ວຸດ​ຍຸດ​ໂທ​ປະ​ກອນ​​ທີ່​ເຂົ້າ​ຮ່ວມພິ​ທີ​ສວນ​ສະ​ໜາມ​ຄັ້ງ​ນີ້​ວ່າ ນາຍ​ແລະ​ພົນ​ທະ​ຫານ 12000 ຄົນ​ຈາກກອງ​ທັບ​ບົກ,ກອງ​ທັບ​ເຮືອ,ກອງ​ທັບ​ອາ​ກາດ, ກອງ​ທັບ​ຈະຫຼວດ, ກອງ​ທັບ​ໜູນຫຼັງ​ທາງ​ຍຸດ​ທະ​ສາດ,ກອງ​​ຕຳຫຼວດປະ​ກອບ​ອາ​ວຸດ​ແລະ​ກອງ​ພະ​ລາ​ທິ​ການໄດ້​ເຂົ້າ​ຮ່ວມ​ພິ​ທີ​ສວນ​ສະ​ໜາມ​ໂດຍ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ລະ​ດັບ​​ອາ​ວຸດ​ຍຸດ​ໂທ​ປະ​ກອນ​ສຳ​ຄັນ​ທີ່​ເນັ້ນ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ແລະ​ກຳ​ລັງ​ສູ້​ຮົບ​​ດ້ວຍ​ອາ​ວຸດ​ຍຸດ​ໂທ​ປະ​ກອນ​ທີ່ກ້າວ​ໜ້າ​ທັນ​ສະ​ໄໝ. ນອກ​ນີ້, ອາ​ວຸດ​ຍຸດ​ໂທ​ປະ​ກອນ​ທີ່​ຮ່ວມໃນ​ພິ​ທີ​ສວນ​ສະ​ໜາມ​​ມີຫຼາຍ​ປະ​ເພດເຊິ່ງ​ປະ​ກອບ​ດ້ວຍ​ອາ​ວຸດ​ຍຸດ​ໂທ​ປະ​ກອນ​ພາກ​ພື້ນ​ດິນ 600 ກວ່າ​ຊຸດ,ເຮືອ​ບິນ​ທຸກ​ປະ​ເພດ 100 ກວ່າ​ລຳ ແລະ​ເກືອບ​ເຄິ່ງ​ໜຶ່ງ​ແມ່ນ​ປາ​ກົດ​ຕົວ​ໃນ​ພິ​ທີ​ສວນ​ສະ​ໜາມ​ເປັນ​ເທື່ອ​ທຳ​ອິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ