ໂອກາດຕອບຄຳຖາມຂອງນັກຂ່າວກ່ຽວກັບພິທີສວນສະໜາມເພື່ອສະຫຼອງວັນຄົບຮອບ 90 ປີຂອງການສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ 1 ສິງຫາ ໃນວັນທີ 30 ກໍລະກົດນີ້, ທ່ານເຢິນໂກສຽງ ໂຄສົກກະຊວງປ້ອງກັນປະເທດຈີນຢືນຢັນວ່າ ພິທີສວນສະໜາມເທື່ອນີ້ບໍ່ໄດ້ເຮັດຕາມພິທີສວນສະໜາມທຸກຄັ້ງຜ່ານມາ, ຫາກຈັດຕັ້ງຕາມຄວາມຮຽກຮ້ອງຕ້ອງການແບບສູ້ຮົບກາງສະໜາມໂດຍອາວຸດຍຸດໂທປະກອນຕ່າງໆບໍ່ໄດ້ຕົບແຕ່ງແຕ່ຢ່າງໃດເພື່ອພະຍາຍາມຫຼຸດຜ່ອນປັດໄຈທີ່ບໍ່ກ່ຽວຂ້ອງກັບການສູ້ຮົບຕົວຈິງ. ການຊ້ອມຮົບແບບສູ້ຮົບຕົວຈິງຂອງກອບທັບແມ່ນປະຕິບັດຕາມແຜນຝຶກຊ້ອມປະຈຳປີ ເຊິ່ງບໍ່ໄດ້ກ່ຽວພັນເຖິງສະຖານະການຢູ່ເຂດອ້ອມຂ້າງປະເທດຕົນ.
ທ່ານເຢິນໂກສຽງກ່າວຕື່ມວ່າ ພິທີສວນສະໜາມໄດ້ຈັດຂຶ້ນຢູ່ສະໜາມຊ້ອມຮົບຂອງຖານຝຶກຊ້ອມຈູ່ຢື້ເຮີ ເຂດປົກຄອງຕົນເອງມົງໂກໃນໂດຍເນັ້ນສະພາບແວດລ້ອມສູ້ຮົບຕົວຈິງແລະສ້າງບັນຍາກາດສະໜາມຮົບ. ສ່ວນໃນດ້ານການຈັດຕັ້ງກຳລັງເດີນສະໜາມກໍໄດ້ສ່ອງແສງໃຫ້ເຫັນເຖິງການຈັດສັນກຳລັງປະສົມເຫຼົ່າທັບເຫຼົ່າຮົບແບບໃໝ່ແລະການນຳໃຊ້ໃນການສູ້ຮົບ ເຊິ່ງເປັນການທົດລອງທີ່ມີປະໂຫຍດໃນການສູ້ຮົບຮ່ວມຂອງກອງທັບຫຼັງປະຕິຮູບ.
ທ່ານເຢິນໂກສຽງຍັງໄດ້ແນະນຳສະພາບກ່ຽວກັບກອງທັບແລະອາວຸດຍຸດໂທປະກອນທີ່ເຂົ້າຮ່ວມພິທີສວນສະໜາມຄັ້ງນີ້ວ່າ ນາຍແລະພົນທະຫານ 12000 ຄົນຈາກກອງທັບບົກ,ກອງທັບເຮືອ,ກອງທັບອາກາດ, ກອງທັບຈະຫຼວດ, ກອງທັບໜູນຫຼັງທາງຍຸດທະສາດ,ກອງຕຳຫຼວດປະກອບອາວຸດແລະກອງພະລາທິການໄດ້ເຂົ້າຮ່ວມພິທີສວນສະໜາມໂດຍສ່ອງແສງໃຫ້ເຫັນເຖິງລະດັບອາວຸດຍຸດໂທປະກອນສຳຄັນທີ່ເນັ້ນເຕັກໂນໂລຊີຂໍ້ມູນຂ່າວສານແລະກຳລັງສູ້ຮົບດ້ວຍອາວຸດຍຸດໂທປະກອນທີ່ກ້າວໜ້າທັນສະໄໝ. ນອກນີ້, ອາວຸດຍຸດໂທປະກອນທີ່ຮ່ວມໃນພິທີສວນສະໜາມມີຫຼາຍປະເພດເຊິ່ງປະກອບດ້ວຍອາວຸດຍຸດໂທປະກອນພາກພື້ນດິນ 600 ກວ່າຊຸດ,ເຮືອບິນທຸກປະເພດ 100 ກວ່າລຳ ແລະເກືອບເຄິ່ງໜຶ່ງແມ່ນປາກົດຕົວໃນພິທີສວນສະໜາມເປັນເທື່ອທຳອິດ.